ເປີດຊຸດຝຶກອົບຮົມ ວຽກງານທະບຽນສານຂະແໜງຍຸຕິທໍາ ທົ່ວປະເທດ

ເປີດຊຸດຝຶກອົບຮົມ ວຽກງານທະບຽນສານ ຊຸດທີ 2 ຂະແໜງຍຸຕິທໍາ ທົ່ວປະເທດ

     ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ເປີດຊຸດຝືກອົບຮົມວຽກງານທະບຽນສານ ຊຸດທີ 2 ໃຫ້ພະນັກງານຂອງຂະແໜງຍຸຕິທໍາ ທົ່ວປະເທດຂຶ້ນ ໃນວັນທີ 5 ກຸມພາ 2018 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ພະນັກງານ, ຄູ-ອາຈານ ແລະ ນັກຝຶກອົບຮົມວຽກງານທະບຽນສານ ຈໍານວນ 69 ທ່ານ, ຍິງ 27 ທ່ານ. ສະຖາບັນຍຸຕິທໍາແຫ່ງຊາດໄດ້ສົມທົບກັບກົມທະບຽນສານສ້າງໂຄງການຝືກອົບຮົມວຽກງານທະບຽນສານ ປີ 2017 ໃຫ້ພະນັກງານທີ່ຮັບຜິດຊອບວຽກງານທະບຽນສານຂອງກົມ, ພະແນກຍຸຕິທໍາແຂວງ, ນະຄອນຫຼວງ, ຫ້ອງການຍຸຕິທໍາເມືອງ ໃນທົ່ວປະເທດ. 

Subscribe to RSS - ເປີດຊຸດຝຶກອົບຮົມ ວຽກງານທະບຽນສານຂະແໜງຍຸຕິທໍາ ທົ່ວປະເທດ