ເປີດຊຸດຝຶກອົບຮົມ ວຽກງານທະບຽນສານ ຊຸດທີ 2 ຂະແໜງຍຸຕິທໍາ ທົ່ວປະເທດ

     ຢູ່ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ເປີດຊຸດຝືກອົບຮົມວຽກງານທະບຽນສານ ຊຸດທີ 2 ໃຫ້ພະນັກງານຂອງຂະແໜງຍຸຕິທໍາ ທົ່ວປະເທດຂຶ້ນ ໃນວັນທີ 5 ກຸມພາ 2018 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ພະນັກງານ, ຄູ-ອາຈານ ແລະ ນັກຝຶກອົບຮົມວຽກງານທະບຽນສານ ຈໍານວນ 69 ທ່ານ, ຍິງ 27 ທ່ານ. ສະຖາບັນຍຸຕິທໍາແຫ່ງຊາດໄດ້ສົມທົບກັບກົມທະບຽນສານສ້າງໂຄງການຝືກອົບຮົມວຽກງານທະບຽນສານ ປີ 2017 ໃຫ້ພະນັກງານທີ່ຮັບຜິດຊອບວຽກງານທະບຽນສານຂອງກົມ, ພະແນກຍຸຕິທໍາແຂວງ, ນະຄອນຫຼວງ, ຫ້ອງການຍຸຕິທໍາເມືອງ ໃນທົ່ວປະເທດ. 

    ຈຸດປະສົງຂອງການເປີດຊຸດຝືກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງພະນັກງານທະບຽນສານ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີສະຕິ, ມີຄວາມສັດຊື່, ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານເພື່ອຍົກລະດັບໃຫ້ພະນັກງານທະບຽນສານ ຜູ້ທີ່ຍັງບໍ່ທັນໄດ້ຜ່ານການຝືກອົບຮົມໃຫ້ເຫັນໄດ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ-ໜ້າທີ່ຂອງຕົນໃຫ້ກາຍເປັນພະນັກງານທະບຽນສານທີ່ມີຄວາມໜັກແໜ້ນທາງດ້ານວິຊາການ, ພ້ອມທັງເພີ້ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບທັກສະການຄົ້ນຄ້ວາ ແລະ ກວດກາເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງກັບຄວາມເປັນຈິງ ແລະ ສອດຄ່ອງກັບກົດໝາຍ, ເຮັດໃຫ້ນາຍທະບຽນສານທີ່ໄດ້ຮັບການແຕ່ງຕັ້ງ ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີລະບຽບແບບແຜນວິທີເຮັດວຽກທີ່ດີ ແລະ ສາມາດໃຫ້ຄໍາປືກສາທາງດ້ານກົດໝາຍກ່ຽວກັບວຽກງານທະບຽນສານ ໃຫ້ແກ່ຜູ້ໃຊ້ບໍລິການ ແລະ ເຮັດໃຫ້ພະນັກງານທັງໝົດທີ່ເຂົ້າຮ່ວມ ໃນການຝືກອົບຮົມວຽກງານທະບຽນສານ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຂອງຕົນ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນ. ການຝຶກອົບຮົມຊຸດນີ້ ຈະດໍາເນີນເປັນເວລາ 8 ວັນ  ແລະ ຈະປິດລົງໃນວັນທີ 14 ກຸມພາ 2018. 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຂົນ ບຸນທິສານ