ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ

ເປີດຊຸດຝຶກອົບຮົມກົດໝາຍກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຢູ່ທີ່ສະໂມສອນປົກຄອງເມືອງ ໄຊທານີ

ຫ້ອງການຍຸຕິທຳເມືອງ ໄຊທານີ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຂຶ້ນ ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2019 ຢູ່ທີ່ສະໂມສອນປົກຄອງເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນເພັງ ຈັນທະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ໄຊທານີ, ຜູ້ເຂົ້າຮ່ວມລວມມີ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ມີທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄຊທານີ, ແຂກຖືກເຊີນຈາກອ້ອມຂ້າງເມືອງ ພ້ອມດ້ວຍນັກຝຶກອົບຮົມຈາກຂັ້ນບ້ານ ມີ 25 ບ້ານ ເປັນຕົ້ນແມ່ນທ່ານເລຂາພັກບ້ານ, ນາຍບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ພະນັກງານທີ່ເຮັດວຽກຢູ່ໃນອົງການປົກຄອງ

Subscribe to RSS - ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ