ເປີດຊຸດຝຶກອົບຮົມກົດໝາຍກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຢູ່ທີ່ສະໂມສອນປົກຄອງເມືອງ ໄຊທານີ

ຫ້ອງການຍຸຕິທຳເມືອງ ໄຊທານີ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຂຶ້ນ ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2019 ຢູ່ທີ່ສະໂມສອນປົກຄອງເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນເພັງ ຈັນທະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ໄຊທານີ, ຜູ້ເຂົ້າຮ່ວມລວມມີ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ມີທ່ານ ນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄຊທານີ, ແຂກຖືກເຊີນຈາກອ້ອມຂ້າງເມືອງ ພ້ອມດ້ວຍນັກຝຶກອົບຮົມຈາກຂັ້ນບ້ານ ມີ 25 ບ້ານ ເປັນຕົ້ນແມ່ນທ່ານເລຂາພັກບ້ານ, ນາຍບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ພະນັກງານທີ່ເຮັດວຽກຢູ່ໃນອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຂະແໜງການພາຍໃນເມືອງ ເຂົ້າຮ່ວມຈຳນວນ 60 ທ່ານ, ຍິງ 16 ທ່ານ. ໃນນັ້ນນັກຝຶກອົບຮົມມີ 43 ທ່ານ, ຍິງ 8 ທ່ານ.

ໃນພິທີ ທ່ານ ນວນລະແສງ ເນດທອງສະຫວັນ ຄະນະພັກເມືອງ, ຫົວໜ້າຫ້ອງການໂຄສະນາເມືອງ ໄຊທານີ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 654/ຈມ.ຊທນ, ລົງວັນທີ 24 ເມສາ 2019 ວ່າດ້ວຍ ການອະນຸມັດເປີດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ຂອງປີ 2019, ຜ່ານຂໍ້ຕົກລົງ ສະບັບເລກທີ 653/ ຈມ.ຊທນ, ລົງວັນທີ 24 ເມສາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ບຸກຄະລາກອນເຂົ້າຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ປີ 2019 ສະບັບເລກທີ 779/ຈມ.ຊທນ, ລົງວັນທີ 22 ພຶດສະພາ 2019.

ຈາກນັ້ນ, ທ່ານ ນາງ ຄຳໄຜ່ ໄຊຍະວົງ ກໍໄດ້ຜ່ານບົດສະຫຼຸບລາຍງານ ແລະ ໃຫ້ຮູ້ເຖິງ ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1591/ກຍ, ລົງວັນທີ 5 ທັນວາ 2018 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ປະຈຳປີ 2019 ແລະ ຄຳແນະນຳຂອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ສະບັບເລກທີ 036/ພຍທ, ລົງວັນທີ 21 ມັງກອນ 2019 ວ່າດ້ວຍ ການຈັດຕັ້ງປະຕິບັດຂະບວນການວຽກງານຍຸຕິທຳຮາກຖານ ປີ 2019. ເພື່ອເຮັດໃຫ້ອົງການປົກຄອງບ້ານ ເຄື່ອນໄຫວວຽກງານຢ່າງຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງມີຄຸນນະພາບສູງຂຶ້ນ, ຫັນການບໍລິຫານຂັ້ນບ້ານເຂົ້າສູ່ກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ສະນັ້ນ, ໃນການເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນໃນຄັ້ງນີ້ ແມ່ນຈະໄດ້ຄັດຈ້ອນລວບລວມເອົາແນວທາງການເມືອງ ແລະ ບັນດາກົດໝາຍຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຝຶກອົບຮົມ ຊຶ່ງປະກອບມີ 34 ວິຊາ, 22,5 ໜ່ວຍກິດ, 360 ຊົ່ວໂມງ.

ໃນຕອນທ້າຍພິທີ ທ່ານ ວັນເພັງ ຈັນທະວົງ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ໄຊທານີ ກໍໄດ້ມີຄຳເຫັນໂອ້ລົມແກ່ນັກຝຶກອົບຮົມ ພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າບັນດາເອກະສານ, ແລກປ່ຽນບົດຮຽນ ເພື່ອຖ່າຍທອດຄວາມຮູ້ໃຫ້ກັບນັກຝຶກອົບຮົມ, ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຈົ່ງຕັ້ງໃຈ ປະຕິບັດລະບຽບໂມງເວລາ ແລະ ຍາດແຍ່ງເອົາຄວາມຮູ້ ຈາກບັນດາຄູ-ອາຈານ ດ້ວຍຄວາມເອົາໃຈໃສ່ ໃນການແລກປ່ຽນ, ຖາມ-ຕອບບົດຮຽນ ເພື່ອໃຫ້ໄດ້ຄຳຕອບຈະແຈ້ງ ແລະ ຊັດເຈນ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິພາບສູງຂຶ້ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ