ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມ

ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມທົດລອງໂຄສະນາເຜີຍແຜ່ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ

ໃນຕອນເຊົ້າຂອງວັນທີ 1 ພະຈິກ 2018 ກົມໂຄສະນາເຜີຍແຜ່ກົດໝາຍໄດ້ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມທົດລອງໂຄສະນາເຜີຍແຜ່ ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ ເຊີ່ງໄດ້ເປີດຂຶ້ນຢູ່ໂຮງແຮມລັດສະເໝີ ພລາຊາ ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ຣິຊາດ ຣິດສ ຄະນະກໍາມະການຄຸ້ມຄອງໂຄງການໄລ ຫົວໜ້າອົງການບ້ານຈຸດສຸມສາກົນ, ມີບັນດາຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຄະນະຮັບຜິດຊອບ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 70 ທ່ານ.

Subscribe to RSS - ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມ