ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມທົດລອງໂຄສະນາເຜີຍແຜ່ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ

ໃນຕອນເຊົ້າຂອງວັນທີ 1 ພະຈິກ 2018 ກົມໂຄສະນາເຜີຍແຜ່ກົດໝາຍໄດ້ເປີດກອງປະຊຸມສະຫຼຸບຜົນສໍາເລັດການຝຶກອົບຮົມທົດລອງໂຄສະນາເຜີຍແຜ່ ກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ ເຊີ່ງໄດ້ເປີດຂຶ້ນຢູ່ໂຮງແຮມລັດສະເໝີ ພລາຊາ ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ຣິຊາດ ຣິດສ ຄະນະກໍາມະການຄຸ້ມຄອງໂຄງການໄລ ຫົວໜ້າອົງການບ້ານຈຸດສຸມສາກົນ, ມີບັນດາຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຄະນະຮັບຜິດຊອບ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 70 ທ່ານ.

ໃນກອງປະຊຸມທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາໄດ້ຂຶ້ນລາຍງານສະພາບລວມຂອງການຈັດຕັ້ງປະຕິບັດກິດຈະກໍາທັງໝົດໃນໄລຍະຜ່ານມາ, ໃນຕົ້ນປີ 2017 ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ເຄື່ອນໄຫວສ້າງເອກະສານ ແລະ ເຄື່ອງມືຮັບໃຊ້ໃຫ້ແກ່ການຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ຊຶ່ງເປັນຫົວຂໍ້ຝຶກອົບຮົມໜຶ່ງທີ່ສຳຄັນຕໍ່ກັບຜູ້ທີ່ເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍຢູ່ສູນກາງ ແລະ ທ້ອງຖິ່ນໂດຍເລັ່ງໃສ່ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບວິຊາການກົດໝາຍຂັ້ນແຂວງ, ຂັ້ນເມືອງໄດ້ມີທັກສະ, ຄວາມຮູ້ ແລະ ຮູ້ນຳໃຊ້ເຄື່ອງມືທີ່ຫຼາກຫຼາຍເຂົ້າໃສ່ໃນການຝຶກອົບຮົມດ້ານກົດໝາຍ ເພື່ອນຳໄປຈັດຊຸດຝຶກອົບຮົມ, ເຜີຍແຜ່ຕໍ່ໃຫ້ປະຊາຊົນຢູ່ຂັ້ນບ້ານ. ທັ້ງນີ້, ເພາະວ່າໄລຍະຜ່ານມາກໍຄືປັດຈຸບັນຢູ່ຮາກຖານປະຊາຊົນຈຳນວນໜຶ່ງຍັງບໍ່ທັນເຂົ້າເຖິງກົດໝາຍທັ້ງໆທີ່ລັດເຮົາມີກົດໝາຍຈຳນວນຫຼາຍສົມຄວນເພື່ອປົກປ້ອງສິດ, ຜົນປະໂຫຍດຂອງພົນລະເມືອງໄວ້ແລ້ວ ກໍຍ້ອນຍັງມີບາງເຂດ, ບາງຈຸດທີ່ປະຊາຊົນບໍ່ທັນເຂົ້າເຖິງກົດໝາຍ ແລະ ພະນັກງານໂຄສະນາເຜີຍແຜ່ກົດໝາຍກໍຍັງບໍ່ທັນເຂົ້າເຖິງປະຊາຊົນໃນເຂດດັ່ງກ່າວ ຊຶ່ງມີຫຼາຍເງື່ອນໄຂ ແລະ ສາເຫດບໍ່ເອື້ອອຳນວຍ ໜຶ່ງໃນນັ້ນແມ່ນນັກໂຄສະນາເຜີຍແຜ່ກົດໝາຍມີຈຳນວນຈຳກັດ ແລະ ບໍ່ໄດ້ຜ່ານການຝຶກອົມຮົມ, ກົມໂຄສະນາເຜີຍແຜ່ກົດໝາຍ ເຫັນວ່າປັດຈຸບັນ ແລະ ອະນາຄົດ ຈະຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານໂຄສະນາເຜີຍແຜ່ກົດໝາຍ ໂດຍສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍໃນທ້ອງຖິ່ນທາງດ້ານປະລິມານ ແລະ ຄຸນນະພາບ. ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພາຍໃຕ້ການຊ່ວຍເຫຼືອດ້ານຕ່າງໆຂອງໂຄງການໄລ ຈຶ່ງໄດ້ມີແຜນສ້າງເອກະສານ ເພື່ອເປັນຄູ່ມືຮັບໃຊ້ໃຫ້ແກ່ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຂັ້ນເມືອງ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ. 
ການເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳໃນໄລຍະຜ່ານມາ ກົມໂຄສະນາເຜີຍແຜ່ກົດໝາຍໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຂອງໂຄງການໄລເຄື່ອນໄຫວຈັດຕັ້ງປະຕິບັດແຜນສ້າງຄວາມເຂັ້ມແຂງໃຫ້ຂັ້ນທ້ອງຖິ່ນໄດ້ຈັດຕັ້ງປະຕິບັດກິດຈະກຳ ມີດັ່ງນີ້: 
1. ໄດ້ຮ່າງເອກະສານປະກອບການຝຶກອົບຮົມຂັ້ນພື້ນຖານ ມີເນື້ອໃນດັ່ງນີ້: ເອກະສານປະກອບການຝຶກອົບຮົມປະກອບ ມີ 02 ຢ່າງຄື: ກ) ການສະເໜີ, ຂ) ເນື້ອໃນ ແລະ ທັກສະປະກອບມີຄວາມຮັບຮູ້ພື້ນຖານກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການປົກປ້ອງສິດ, ຜົນປະໂຫຍດຂອງພົນລະເມືອງພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ, 10 ຊ່ອງທາງໃນການເຂົ້າເຖິງກົດໝາຍຂອງ ສປປ ລາວ, ອົງການຈັດຕັ້ງອື່ນໆທີ່ປະຊາຊົນສາມາດຮ້ອງຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍ;
2. ໄດ້ເປີດກອງປະຊຸມລະດົມຄວາມຄິດເຫັນຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ໃນຄັ້ງວັນທີ 29 ພະຈິກ 2017 ຢູ່ ທີ່ສະໂມສອນກະຊວງຍຸຕິທຳ;
3. ຈັດຊຸດຝຶກອົບຮົມທົດລອງຢູ່ສູນກາງ ແລະ ທ້ອງຖິ່ນຄື:
- ຈັດຝຶກອົບຮົມທັກສະໃຫ້ພະນັກງານເປັນຄູຝຶກຂັ້ນສູນກາງ ໂດຍສະເພາະພະນັກງານກົດໝາຍທີ່ຮັບຜິດຊອບວຽກງານໂຄສະນາເຜີຍແຜ່ກົດໝາຍ ຈຳນວນ 06 ທ່ານ, ຍິງ 1 ທ່ານ;
- ຈັດທົດລອງຝຶກອົບຮົມໃຫ້ພະນັກງານທ້ອງຖິ່ນ ຂັ້ນແຂວງ- ຂັ້ນເມືອງ ການຝຶກອົບຮົມແມ່ນຈັດຂຶ້ນ ສອງ ຄັ້ງທີ່ຕ່າງແຂວງ, ຄັ້ງທີໜຶ່ງແມ່ນຈັດຢູ່ ເມືອງ ປາກຊ່ອງ ແຂວງ ຈຳປາສັກ ແລະ ຄັ້ງທີທີສອງແມ່ນຈັດຂຶ້ນຢູ່ພາກເໜືອຢູ່ ເມືອງ ແບງ ແຂວງ ອຸດົມໄຊ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຝືກອົບຮົມໄດ້ສໍາເລັດ. 

ຂ່າວ-ພາບ: ຂົນ ບຸນທິສານ

ປະເພດຂ່າວ: