ຮອງຫົວໜ້າກົມທະບຽນສານລົງເຄື່ອນໄຫວ ແລະ ຊີ້ນຳວຽກງານຢູ່ແຂວງບໍ່ແກ້ວ

ຮອງຫົວໜ້າກົມທະບຽນສານລົງເຄື່ອນໄຫວ ແລະ ຊີ້ນຳວຽກງານຢູ່ແຂວງ ບໍ່ແກ້ວ

ຕອນເຊົ້າຂອງວັນພຸດ ທີ 15 ພຶດສະພາ 2019 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ໄຊຍະມົນຕີ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານທະບຽນສານຢູ່ພະແນກຍຸຕິທຳແຂວງບໍ່ແກ້ວ ໃຫ້ກຽດຕ້ອນຮັບ ໂດຍ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ຈຸດປະສົງ ໃນການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອພົບປະແລກປ່ຽນບົດຮຽນລະຫວ່າງ ກົມທະບຽນສານ ກັບ ຂະແໜງທະບຽນສານ ພະແນກຍຸຕິທໍາແຂວງ ບໍ່ແກ້ວ ມີຜູ້ເຂົ້າຮ່ວມ 09 ທ່ານ, ຍິງ 03 ທ່ານ.

Subscribe to RSS - ຮອງຫົວໜ້າກົມທະບຽນສານລົງເຄື່ອນໄຫວ ແລະ ຊີ້ນຳວຽກງານຢູ່ແຂວງບໍ່ແກ້ວ