ຮອງຫົວໜ້າກົມທະບຽນສານລົງເຄື່ອນໄຫວ ແລະ ຊີ້ນຳວຽກງານຢູ່ແຂວງ ບໍ່ແກ້ວ

ຕອນເຊົ້າຂອງວັນພຸດ ທີ 15 ພຶດສະພາ 2019 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ໄຊຍະມົນຕີ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານທະບຽນສານຢູ່ພະແນກຍຸຕິທຳແຂວງບໍ່ແກ້ວ ໃຫ້ກຽດຕ້ອນຮັບ ໂດຍ ທ່ານ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທໍາແຂວງ ຈຸດປະສົງ ໃນການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອພົບປະແລກປ່ຽນບົດຮຽນລະຫວ່າງ ກົມທະບຽນສານ ກັບ ຂະແໜງທະບຽນສານ ພະແນກຍຸຕິທໍາແຂວງ ບໍ່ແກ້ວ ມີຜູ້ເຂົ້າຮ່ວມ 09 ທ່ານ, ຍິງ 03 ທ່ານ.

ໃນກອງປະຊຸມ ທ່ານ ວ່າ ຈາງ ຮອງຫົວໜ້າຂະແໜງທະບຽນສານ ໄດ້ຜ່ານບົດສະຫຼຸບ ວຽກງານທະບຽນສານໃນໄລຍະ 1 ປີ ຜ່ານມາ. ຫຼັງຈາກນັ້ນ ທ່ານ ເດືອນ ດວງຊາຕາ ຮອງຫົວໜ້າພະແນກສັນຍາ ກົມທະບຽນສານ ກໍໄດ້ແນະນໍາກ່ຽວກັບວິທີການ, ຂັ້ນຕອນຂອງວຽກງານຕ່າງໆ ເຊັ່ນ: ການເຮັດປ້າຍຊື່ ແລະ ເຄື່ອງແບບ ພ້ອມທັງເກັບກໍາສະຖິຕິພະນັກງານ ທີ່ເຮັດວຽກທະບຽນສານ ຢູ່ຂະແໜງທະບຽນສານ ແລະ ໜ່ວຍງານທະບຽນສານເມືອງ. 
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສະເຫຼີມໄຊ ໄຊຍະມົນຕີ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ກໍໄດ້ແນະນໍາບາງບັນຫາກ່ຽວກັບການກວດກາ ແລະ ການຢັ້ງຢືນເອກະສານປະເພດສັນຍາ, ຂັ້ນຕອນການຮັບສັນຍາມາຄົ້ນຄວ້າ, ວິທີການຂຽນຄໍາຮ້ອງຂໍຢັ້ງຢືນ, ການຂຽນບົດບັນທຶກຊ້ອງໜ້າ, ວິທີການນໍາໃຊ້ກາຈໍ້າ ແລະ ການເກັບກໍາສະຖິຕິຂອງສັນຍາ. ພາຍຫຼັງສໍາເລັດກອງປະຊຸມພົບປະແລກປ່ຽນບົດຮຽນແລ້ວ ໃນຕອນບ່າຍຂອງວັນດຽວກັນ ທ່ານ ສະເຫຼີມໄຊ ໄຊຍະມົນຕີ ພ້ອມດ້ວຍຄະນະ ກໍໄດ້ລົງກວດກາ ແລະ ຊີ້ນຳວຽກຢູ່ຫ້ອງການຍຸຕິທໍາເມືອງຕົ້ນເຜິ້ງຕື່ມອີກ.

ຂ່າວ ແລະ ພາບ: ອານົນ ໄພຍະສານ