ຫ້ອງການຍຸຕິທຳ ເມືອງຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII

ຫ້ອງການຍຸຕິທຳ ເມືອງ ຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ໃນຕອນ​ເຊົ້າ​ຂອງ​ວັນ​ທີ 13 ມິຖຸນາ 2018 ຢູ່ທີ່ຫ້ອງການ​ຍຸຕິ​ທຳ ​ເມືອງ​ ຈັນທະ​ບູລີ ​ໄດ້​ຈັດ​ພິທີປິດການ​ຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018 ແລະ ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ​​ ໂດຍ​ການ​​ເປັນ​ປະທານຂອງທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ຫົວໜ້າພະແນກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮ່ວມ​​ໂດຍ​ທ່ານ ຄຳ​ພິທູນ ຈັນທະ​ກຸນ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ຈັນທະ​ບູລີ,​ ມີຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ຕະຫຼອດຮອດ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 21 ຄົນ.

Subscribe to RSS - ຫ້ອງການຍຸຕິທຳ ເມືອງຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII