ຫ້ອງການຍຸຕິທຳ ເມືອງ ຈັນທະບູລີໄດ້ຈັດພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນ ຊຸດທີ VIII ປະຈຳປີ 2018 ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ໃນຕອນ​ເຊົ້າ​ຂອງ​ວັນ​ທີ 13 ມິຖຸນາ 2018 ຢູ່ທີ່ຫ້ອງການ​ຍຸຕິ​ທຳ ​ເມືອງ​ ຈັນທະ​ບູລີ ​ໄດ້​ຈັດ​ພິທີປິດການ​ຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018 ແລະ ມອບ​ໃບ​ຍ້ອງຍໍ​ໃຫ້​ແກ່​ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ​​ ໂດຍ​ການ​​ເປັນ​ປະທານຂອງທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ຫົວໜ້າພະແນກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ​ເປັນກຽດ​ເຂົ້າ​ຮ່ວມ​​ໂດຍ​ທ່ານ ຄຳ​ພິທູນ ຈັນທະ​ກຸນ ຮອງ​ເລຂາ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ຈັນທະ​ບູລີ,​ ມີຜູ້ຕາງໜ້າຈາກ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ຕະຫຼອດຮອດ​ນັກ​ສຳ​ມະ​ນາກ​ອນ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 21 ຄົນ.

​          ໃນ​ພິທີ​ທ່ານ ​ເພັດ​ສະໝອນ ສົງ​ຄຳ​ຈັນ ຫົວໜ້າຫ້ອງການ​ຍຸຕິ​ທຳ​ເມືອງ​ ຈັນທະ​ບູລີ ກໍ​ໄດ້​ຂຶ້ນ​ລາຍ​ງານຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດຫຼັກສູດການຮຽນ-ການ​ສອນກົດໝາຍຊັ້ນຕົ້ນ ຊຸດ​ທີ VIII ປະຈຳ​ປີ 2018 ຊຶ່ງມີນັກ​ສຳ​ມະ​ນາກ​ອນ​ເຂົ້າຮຽນທັງໝົດຈຳນວນ 35 ຄົນ, ຍິງ 21 ຄົນ, ມາຈາກອົງການ​ປົກຄອງ​ບ້ານ 16 ຄົນ, ຍິງ 9 ຄົນ, ພະນັກງານອ້ອມຂ້າງເມືອງ 18 ຄົນ, ຍິງ 12 ຄົນ ຊຶ່ງການ​ຮຽນ-ການ​ສອນດັ່ງກ່າວ​ແມ່ນ​ໄດ້​ນຳ​ເອົາ​ບາງກົດໝາຍ​ໃນ​ 4 ຂົງ​ເຂດ​ມາ​ສິດສອນ ຜ່ານ​ການ​ຮຽນກົດໝາຍຊັ້ນ​ຕົ້ນ​ເຮັດ​ໃຫ້​ພະນັກງານຫຼັກ​ແຫຼ່ງ, ​ເລ​ຂາ​ພັກ​ບ້ານ, ນາຍບ້ານ ພາຍ​ໃນ​ເມືອງ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ ​ແລະ ເຄື່ອນ​ໄຫວ​ວຽກງານ​​ໃຫ້ຖືກຕ້ອງ​ຕາມ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ຕົນ, ​ເປັນ​ຕົ້ນ ການບໍລິຫານ​ບ້ານ​ເຂົ້າ​ສູ່​ລະບຽບກົດໝາຍ​ເທື່ອ​ລະ​ກ້າວ,​ ເຮັດ​ໃຫ້​ກຸ່ມ​ບ້ານ ​ແລະ ຮາກ​ຖານ​ບ້ານກໍ​ຄື​ປະຊາຊົນມີ​ການ​ພັດທະນາ, ມີ​ຄວາມ​ສະຫງົບ ມີຄວາມ​ເປັນ​ລະບຽບຮຽບຮ້ອຍ​​ໂດຍພື້ນຖານ ​ແລະ ກາຍ​ເປັນ​ບ້ານ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ.

        ຫຼັງຈາກ​ນັ້ນ​ ໃນ​ພິທີ​ກໍ​ໄດ້​ມີ​ການ​ມອບ​ໃບ​ຍ້ອງຍໍ​ຂອງ​ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງ ຈັນ ​ໃຫ້​ແກ່​ຄະນະ​ຮັບຜິດຊອບ, ຄູ-ອາຈານ, ນັກຮຽນກົດໝາຍຊັ້ນ​ຕົ້ນ ​ແລະ ຄະນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ຂັ້ນບ້ານ ພາຍ​ໃນ​ເມືອງ ທີ່ມີ​ຜົນງານ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ ​ໃນ​ໄລຍະ 1 ປີຜ່ານມາ ຊຶ່ງ​ໃຫ້ກຽດ ມອບໂດຍ​ທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ຫົວໜ້າພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນມາ​ເປັນ​ເວລາ​ເຄິ່ງວັນ​ຈຶ່ງ​ສຳ​ເລັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

ຂ່າວ​: ອ່ອນ​ຄຳ, ພາບ ສຸກ​ສາຄອນ