ສຳມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນ ໂດຍກຳມະການ

ສຳມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນ ໂດຍກຳມະການ

ໃນຕອນເຊົ້າຂອງວັນທີ 9 ເມສາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນໂດຍຄະນະກຳມະການຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ແລະ ທ່ານ ນາງ ໂຈມົວ ໂມ ຮອງຫົວໜ້າຄະນະກຳມະການບໍລິຫານຫ້ອງການທະນາຍຄວາມ ໂຢ້ງເຊີງ, ຮອງຫົວໜ້າບໍລິສັດ ສູນບໍລິການທີ່ປຶກສາດ້ານກົດໝາຍ ລາວ-ຈີນ ຈຳກັດ. ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 25 ທ່ານ.

Subscribe to RSS - ສຳມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນ ໂດຍກຳມະການ