ສຳມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນ ໂດຍກຳມະການ

ໃນຕອນເຊົ້າຂອງວັນທີ 9 ເມສາ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສໍາມະນາ ການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສີນໂດຍຄະນະກຳມະການຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ແລະ ທ່ານ ນາງ ໂຈມົວ ໂມ ຮອງຫົວໜ້າຄະນະກຳມະການບໍລິຫານຫ້ອງການທະນາຍຄວາມ ໂຢ້ງເຊີງ, ຮອງຫົວໜ້າບໍລິສັດ ສູນບໍລິການທີ່ປຶກສາດ້ານກົດໝາຍ ລາວ-ຈີນ ຈຳກັດ. ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 25 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການເຮັດສັນຍາ ແລະ ທາງເລືອກໃນການໄກ່ເກ່ຍ ແລະ ຕັດສີນ ໂດຍກຳມະການເພື່ອສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມທັງເຮັດໃຫ້ວຽກແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ລວມທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ຮັບປະກັນໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງ ມີຄວາມຖືກຕ້ອງ, ວ່ອງໄວ ແລະ ຍຸຕິທຳ. ນອກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີກ່ຽວກັບການເຮັດສັນຍາ, ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສິນ ໂດຍກໍາມະການ ຊຶ່ງນຳສະເໜີໂດຍສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແລະ ການເຮັດສັນຍາການປົກປ້ອງສິດ ແລະ ຜົນປະໂຫຍດຂອງການລົງທຶນ ນຳສະເໜີໂດຍ ບໍລິສັດ ສູນບໍລິການທີ່ປຶກສາດ້ານກົດໝາຍລາວ-ຈີນ.

ພາຍຫຼັງໄດ້ຮັບຟັງການນຳສະເໜີຂອທັງສອງຝ່າຍແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນ ໃສ່ບົດສະເໜີການເຮັດສັນຍາ, ທາງເລືອກໃນການໄກ່ເກ່ຍ ແລະ ການຕັດສິນ ແລະ ການເຮັດສັນຍາການປົກປ້ອງສິດ ແລະ ຜົນປະໂຫຍດຂອງການລົງທຶນ ຕໍ່ກອງປະຊຸມສຳມະນາ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບກັນ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາໃນຕໍ່ໜ້າ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ