ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ

ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ).

ໃນ​ວັນ​ທີ 22 ມິ​ຖຸ​ນາ 2018 ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIII ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຂອງ ທ່ານ ສົມພັນ ແສງຄໍາມີ ຮອງປະທານສະພາແຫ່ງຊາດ, ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 116 ທ່ານ. ຊຶ່ງທ່ານໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ເຮັດໃຫ້ເນື້ອໃນກົດໝາຍມີຄວາມຊັດເຈນ ແລະ ຮັດກຸ່ມຂຶ້ນກວ່າເກົ່າ.

Subscribe to RSS - ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ