ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ).

ໃນ​ວັນ​ທີ 22 ມິ​ຖຸ​ນາ 2018 ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIII ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຂອງ ທ່ານ ສົມພັນ ແສງຄໍາມີ ຮອງປະທານສະພາແຫ່ງຊາດ, ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 116 ທ່ານ. ຊຶ່ງທ່ານໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ເຮັດໃຫ້ເນື້ອໃນກົດໝາຍມີຄວາມຊັດເຈນ ແລະ ຮັດກຸ່ມຂຶ້ນກວ່າເກົ່າ.

ໃນກອງປະຊຸມ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ຮ່າງ​ກົດ​ໝາຍວ່າ​ດ້ວຍ ​​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະ​ກິດ (ສະ​ບັບ​ປັບ​ປຸງ)  ຊຶ່ງ​ປະ​ກອບ​ມີ XI ພາກ, 7 ໝວດ, ແຕ່​ໄດ້​ສັບ​ຊ້ອນ​ພາກ​ທີ IV ແລະ ພາກ​ທີ V ​ມາ​ເປັນ​ພາກ​ທີ III, ສັບ​ຊ້ອນ ​ພາກທີ IV ແລະ ພາກ​ທີ III ​ມາ​ເປັນ​ພາກ​ທີ V. ໃນ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ. ປະກອບມີ 89 ມາດຕາ, ໃນນີ້ໄດ້ປັບປຸງໃໝ່ 55 ມາດຕາ , ສ້າງໃໝ່ 17 ມາດຕາ ແລະ ຮັກ​ສາ​ໄວ້ 17 ມາດ​ຕາ. ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງສັນຕິວິທີ, ເປັນທໍາ ແລະ ວ່ອງໄວ ແນໃສ່ຊຸກຍູ້ການດໍາເນີນການຜະລິດ-ທຸລະກິດໃຫ້ຂະຫຍາຍຕົວ ແລະ ເຊື່ອມໂຍງເຂົ້າສາກົນ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ.

ຕອນບ່າຍຂອງວັນດຽວກັນພາຍຫຼັງທີ່ ສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລ້ວ ກໍໄດ້ຮັບຮອງກົດໝາຍສະບັບດັ່ງກ່າວ ດ້ວຍຄະແນນສຽງສ່ວນຫຼາຍ.

ຂ່າວ-ພາບ: ຂົນ ບຸນທິສານ