ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ

ໜ່ວຍງານວິຊາການ ແຂວງບໍລິຄຳໄຊ ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ

ໃນລະຫວ່າງວັນທີ 23-26 ພຶດສະພາ 2018 ຜ່ານມາ. ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ປະສານສົມທົບກັບຄະນະຮັບຜິດຊອບຈາກແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາ ຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ  ຢູ່ ບ້ານນໍ້າມືດ ແລະ ບ້ານ ໂພນໂຮມ, ເມືອງວຽງທອງ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ, ມີພະນັກງານຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ ຈຳນວນ 25 ທ່ານ, ຍິງ 3 ທ່ານ.

Subscribe to RSS - ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ