ໜ່ວຍງານວິຊາການ ແຂວງບໍລິຄຳໄຊ ລົງເຄື່ອນໄຫວຈົດທະບຽນສັນຊາດ ຢູ່ ເມືອງວຽງທອງ

ໃນລະຫວ່າງວັນທີ 23-26 ພຶດສະພາ 2018 ຜ່ານມາ. ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ປະສານສົມທົບກັບຄະນະຮັບຜິດຊອບຈາກແຂວງບໍລິຄຳໄຊ ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາ ຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ  ຢູ່ ບ້ານນໍ້າມືດ ແລະ ບ້ານ ໂພນໂຮມ, ເມືອງວຽງທອງ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ, ມີພະນັກງານຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ ຈຳນວນ 25 ທ່ານ, ຍິງ 3 ທ່ານ.

ການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອຈົດທະບຽນສັນຊາດໃຫ້ປະຊາຊົນຜູ້ທີ່ຕັ້ງພູມລຳເນົາບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນເຂດບ້ານນ້ຳມືດ ຈຳນວນ 9 ຄອບຄົວ ແລະ ບ້ານ ໂພນໂຮມ ຈຳນວນ 27 ຄອບຄົວ.

ຫຼັງຈາກນັ້ນ, ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ ໄດ້ມີຄຳເຫັນໂອ້ລົມຕໍ່ພໍ່ແມ່ປະຊາຊົນຈາກສອງບ້ານ ເພື່ອເປັນກຳລັງໃຈ ແລະ ພ້ອມທັງແນະນຳການດຳລົງຊີວິດພາຍໃນບ້ານ ໃຫ້ມີຄວາມສະຫົງບສຸກ ແລະ ປາສະຈາກຫ່າງໄກຈາກສິ່ງທີ່ຜິດກົດໝາຍ.

 ຂຽນຂ່າວ-ຖ່າຍພາບ: ບຸນເລີດ ຈາກພະແນກຍຸຕິທຳແຂວງ ບໍລິຄຳໄຊ