ພິທີເຜີຍແຜ່ເຊື່ອມຊຶມບັນດາຄຳສັ່ງ

ພິທີເຜີຍແຜ່ເຊື່ອມຊຶມບັນດາຄຳສັ່ງ, ຄຳແນະນຳ ກ່ຽວກັບການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງຍຸຕິທຳ

ຕອນເຊົ້າຂອງວັນທີ 3 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມກະຊວງຍຸຕິທຳ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມບັນດາຄຳສັ່ງ, ຄຳແນະນຳ ກ່ຽວກັບການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງຍຸຕິທຳຂຶ້ນໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ, ມີ ສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມຈຳນວນ 170 ສະຫາຍ, ຍິງ 67 ສະຫາຍ.

Subscribe to RSS - ພິທີເຜີຍແຜ່ເຊື່ອມຊຶມບັນດາຄຳສັ່ງ