ພິທີເຜີຍແຜ່ເຊື່ອມຊຶມບັນດາຄຳສັ່ງ, ຄຳແນະນຳ ກ່ຽວກັບການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງຍຸຕິທຳ

ຕອນເຊົ້າຂອງວັນທີ 3 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມກະຊວງຍຸຕິທຳ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມບັນດາຄຳສັ່ງ, ຄຳແນະນຳ ກ່ຽວກັບການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງຍຸຕິທຳຂຶ້ນໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ, ມີ ສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມຈຳນວນ 170 ສະຫາຍ, ຍິງ 67 ສະຫາຍ.

ໃນພິທີສະຫາຍ ບຸນທາ ຊົງເຢີທ່າວ ກຳມະການ ຄະນະບໍລິຫານງານພັກກະຊວງ ໄດ້ກ່າວຈຸດປະສົງ ແລະ ຄາດໝາຍ ເພື່ອຮັບປະກັນໃຫ້ແກ່ການກະກຽມກອງປະຊຸມ ແລະ ດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ແລະ ອົງຄະນະພັກກະຊວງ ໃຫ້ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກ, ທັງມີຄວາມເປັນເອກະພາບທາງດ້ານເນື້ອໃນ, ທັດສະນະ ແລະ ວິທີການຈັດຕັ້ງດຳເນີນຊີວິດການເມືອງ ແລະ ກອງປະຊຸມໃຫຍ່ຂອງພັກ, ກວດກາ, ຕີລາຄາການຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ.

ຈາກນັ້ນ, ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເຊື່ອມຊຶມ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ບົດແນະນຳ ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 63/ຄບພ.ກຍ, ລົງວັນທີ 4 ເມສາ 2019 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ໜ່ວຍພັກ ແລະ ອົງຄະນະພັກກະຊວງ ຄັ້ງທີ V, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານ ນຳພາ-ຄຸ້ມຄອງ ແລະ ມະຕິ ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 12/ຄບພ, ລົງວັນທີ 14 ມັງກອນ 2019 ວ່າດ້ວຍມາດຖານພະນັກງານນຳພາ-ຄຸ້ມຄອງ ຂອງຂະແໜງຍຸຕິທຳ ແລະ ເອກະສານດຳເນີນຊີວິດການເມືອງ.

ພາຍຫຼັງທີ່ໄດ້ຮັບການໂອ້ລົມ ແລະ ເຊື່ອມຊຶມບັນດາເອກະສານຕ່າງໆຈາກສະຫາຍປະທານກອງປະຊຸມແລ້ວ, ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ບົດແນະນຳ ສະບັບເລກທີ 358/ຄກສພ, ລົງວັນທີ 19 ຕຸລາ 2018 ກ່ຽວກັບການດຳເນີນຊີວິດການເມືອງພາຍໃນພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ແລະ ຄຳເເນະນຳຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 199/ຄບພ, ລົງວັນທີ 2 ກັນຍາ 2019 ວ່າດ້ວຍການດຳເນີນຊີວິດການເມືອງພາຍໃນພັກ ທົ່ວອົງຄະນະພັກກະຊວງຍຸຕິທຳ, ຜ່ານມະຕິວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ບັນດາໜ່ວຍພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ, ມະຕິແຕ່ງຕັ້ງຄະນະຮັບຜິດຊອບກະກຽມກອງປະຊຸມ ແລະ ມະຕິແຕ່ງຕັ້ງຄະນະຮັບຜິດຊອບບັ້ນດຳເນີນຊີວິດການເມືອງພາຍໃນພັກ.
ຕອນທ້າຍພິທີສະຫາຍເລຂາຄະນະບໍລິຫານງານພັກກະຊວງກໍໄດ້ມີການມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ 20 ສະຫາຍ ທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ.

ຂຽນຂ່າວ-ຖ່າຍພາຍ: ບຸນຖອມ ພະສະແຫວງ