ພະແນກຍຸຕິທຳແຂວງວຽງຈັນຈັດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານ

ພະແນກຍຸຕິທຳແຂວງ ວຽງຈັນຈັດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານ

ໃນວັນທີ 10-11 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປີດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ແລະ ຜູ້ເຂົ້າຮ່ວມ ມີທ່ານ ສຸວັນນະພາ ສຸກວິໄລ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ ຕາງໜ້າພະແນກພາຍໃນ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົໜ້າຂະແໜງ, ຕາງໜ້າຈາກຫ້ອງການຍຸຕິທໍາເມືອງ 04 ເມືອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ມາຈາກກະຊວງຍຸຕິທໍາ ຕະຫຼອດຮອດພະນັກງານວິຊາການທີ່ຮັບຜິດຊອບພາຍໃນພະແນກຍຸຕິທໍາເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 6 ທ່ານ.

Subscribe to RSS - ພະແນກຍຸຕິທຳແຂວງວຽງຈັນຈັດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານ