ພະແນກຍຸຕິທຳແຂວງ ວຽງຈັນຈັດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານ

ໃນວັນທີ 10-11 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ເປີດກອງປະຊຸມສ້າງແຜນກຳນົດຕໍາແໜ່ງງານຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ແລະ ຜູ້ເຂົ້າຮ່ວມ ມີທ່ານ ສຸວັນນະພາ ສຸກວິໄລ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ ຕາງໜ້າພະແນກພາຍໃນ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົໜ້າຂະແໜງ, ຕາງໜ້າຈາກຫ້ອງການຍຸຕິທໍາເມືອງ 04 ເມືອງອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ມາຈາກກະຊວງຍຸຕິທໍາ ຕະຫຼອດຮອດພະນັກງານວິຊາການທີ່ຮັບຜິດຊອບພາຍໃນພະແນກຍຸຕິທໍາເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 6 ທ່ານ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການອະທິບາຍແຕ່ລະຂັ້ນຕອນ, ວິທີການ ແລະ ການວິເຄາະ, ວິໄຈຕໍາແໜ່ງງານໂດຍ ທ່ານ ສຸວັນນະພາ ສຸກວິໄລ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງຍຸຕິທໍາ ໄດ້ໃຫ້ກຽດຂຶ້ນບັນລະຍາຍ ພ້ອມທັງຍົກຕົວຢ່າງ ຂຶ້ນມາແລກປ່ຽນບົດຮຽນກັບຜູ້ເຂົ້າຮ່ວມໃນການຂຽນແຜນກໍານົດຕໍາແໜ່ງງານ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຢ່າງຈະແຈ້ງ ແລະ ເປັນເອກະພາບກັນ.
ໃນຕອນທ້າຍພິທີ ທ່ານ ກອງສີ ອຸດົມ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ເຂົ້າຮ່ວມໃນການສ້າງແຜນກຳນົດຕໍາແໜ່ງງານ ຊຶ່ງທ່ານໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃນການຂຽນຕໍາແໜ່ງງານ ໃຫ້ສໍາເລັດໃນເດືອນພະຈິກນີ້ ເພື່ອສະເໜີໃຫ້ພະແນກພາຍໃນກວດກາຄວາມສອດຄ່ອງ ແລ້ວຈຶ່ງນຳສະເໜີໃຫ້ກະຊວງຍຸຕິທໍາ ກວດກາ ແລະ ຮັບຮອງ ເປັນຂັ້ນຕອນສຸດທ້າຍ ກອງປະຊຸມການສ້າງແຜນກໍານົດຕໍາແໜ່ງງານໄດ້ດໍາເນີນເປັນເວລາສອງວັນ ແລະ ອັດລົງໃນວັນທີ 11 ຕຸລາ 2019.

ຂຽນຂ່າວ-ຖ່າຍພາບ: ເຂັມທອງ ບຸບຜາລີວັນ