ຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຢູ່ ແຂວງ ຜົ້ງສາລີ

ຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຢູ່ ແຂວງ ຜົ້ງສາລີ

     ກົມໂຄສະນເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນຕອນເຊົ້າຂອງວັນທີ 10 ທັນວາ 2018 ຢູ່ທີ່ສະໂມສອນເມືອງ ຍອດອູ, ແຂວງ ຜົ້ງສາລີ, ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມ ທ່ານ ສົມຫວັງ ສຸມວິໄລ ຮອງເຈົ້າເມືອງຍອດອູ, ແຂວງ ຜົ້ງສາລີ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີ ທ່ານ ທອງຄຳ ສີລາວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງ ຜົ້ງສາລີ, ທ່ານ ນາງ ຈັນຄຳ ພູມໃຈ ຫົວໜ້າຫ້ອງການຍຸຕິທຳເມືອງ, ຮອງຫົວໜ້າຫ້ອງວ່າການເມືອງຍອດອູ, ບັນດາຄູ-ອາຈານ ທີ່ມາຈາກສູນກາງ ພ້ອມດ້ວຍນັກສຳມະນາກອນຈາກຂະແໜງການອ້ອມຂ້າງ ເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 18 ທ່ານ.

Subscribe to RSS - ຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ  ຢູ່ ແຂວງ ຜົ້ງສາລີ