ຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຢູ່ ແຂວງ ຜົ້ງສາລີ

     ກົມໂຄສະນເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນຕອນເຊົ້າຂອງວັນທີ 10 ທັນວາ 2018 ຢູ່ທີ່ສະໂມສອນເມືອງ ຍອດອູ, ແຂວງ ຜົ້ງສາລີ, ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມ ທ່ານ ສົມຫວັງ ສຸມວິໄລ ຮອງເຈົ້າເມືອງຍອດອູ, ແຂວງ ຜົ້ງສາລີ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີ ທ່ານ ທອງຄຳ ສີລາວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງ ຜົ້ງສາລີ, ທ່ານ ນາງ ຈັນຄຳ ພູມໃຈ ຫົວໜ້າຫ້ອງການຍຸຕິທຳເມືອງ, ຮອງຫົວໜ້າຫ້ອງວ່າການເມືອງຍອດອູ, ບັນດາຄູ-ອາຈານ ທີ່ມາຈາກສູນກາງ ພ້ອມດ້ວຍນັກສຳມະນາກອນຈາກຂະແໜງການອ້ອມຂ້າງ ເຂົ້າຮ່ວມຈຳນວນ 45 ທ່ານ, ຍິງ 18 ທ່ານ.

     ໃນພິທີດັ່ງກ່າວ ທ່ານ ສົມຫວັງ ສຸມວິໄລ ຮອງເຈົ້າເມືອງຍອດອູ ປະທານກອງປະຊຸມ ໄດ້ກ່າວໃຫ້ຮູ້ວ່າ ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບການ​ຄ້າ​ມະນຸດໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມຂັ້ນຕອນຂອງກົດໝາຍ ແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍົກສູງຄວາມຮັບຮູ້ກ່ຽວກັບ ທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍທີ່ກ່ຽວພັນດັ່ງກ່າວລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຢ່າງທັນການ ແລະ ສາມາດນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມ​ກົດໝາຍ ແລະ ລະບຽບການ.

     ໃນການດຳເນີນການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ໃນຫົວຂໍ້ຕ່າງໆ ເປັນຕົ້ນ ທັກສະ, ເຕັກນິກ, ວິທີການ​ໂຄ​ສະ​ນາ​ເຜີຍ​ແຜ່ ສຶກ​ສາ​ອົບ​ຮົມ​ກົດ​ໝາຍ, ສະ​ພາບ​ການຂອງ​ການ​ຄ້າ​ມະ​ນຸດ​ ໃນ ສ​ປ​ປ ​ລາວ, ການແຕ່ງດອງ ແລະ ເອົາເດັກລາວໄປເປັນລູກລ້ຽງດ້ວຍວິທີແອບແຝງ, ຮັບຮູ້ ສົນທິສັນຍາສາກົນ, ບັນດາກົດໝາຍ ແລະ ນິຕິກໍາຂອງ ສປປ ລາວ ກ່ຽວກັບການຕ້ານການຄ້າມະນຸດ, ບັນດາ​ເລ່ຫຼ່ຽມ, ວິທີການຂອງການຄ້າມະນຸດ, ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການຮ່ວມມືສາກົນ ເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາ​ສົນທິສັນຍາສາກົນ), ວິທີການ​ຊ່ວຍເຫຼືອຜູ້ເຄາະຮ້າຍທາງດ້ານກົດໝາຍ ແລະ ຂະ​ບວນດຳເນີນຄະດີກ່ຽວ​ກັບ​ການ​ຄ້າ​ມະນຸດ.

     ການຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຈະໄດ້ດຳເນີນເປັນເວລາ 3 ວັນ ແລະ ປິດລົງໃນວັນທີ 12 ທັນວາ 2018.

 

ຂຽນຂ່າວ: ວິກກີ່ ບຸບຜາລີວັນ, ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: