ປະທານສາມອົງການຈັດຕັ້ງມະຫາຊົນ

ຝຶກອົບຮົມວຽກງານກໍ່ສ້າງພັກ, ພະນັກງານ ໃຫ້ບັນດາຄະນະໜ່ວຍພັກ, ປະທານສາມອົງການຈັດຕັ້ງມະຫາຊົນ.

ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ລະບຽບການຂອງພັກ ສະໄໝທີ 10 ສະນັ້ນໃນຕອນເຊົ້າຂອງວັນທີ 17 ຕຸລາ 2018 ຢູ່ທີ່ຫ້ອງປະຊຸມຊັ້ນສອງກະຊວງຍຸຕິທຳ ຈຶ່ງໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງພັກ, ພະນັກງານ ໃຫ້ບັນດາຄະນະໜ່ວຍພັກ, ປະທານສາມອົງການຈັດຕັ້ງມະຫາຊົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 4 ສະຫາຍ.

Subscribe to RSS - ປະທານສາມອົງການຈັດຕັ້ງມະຫາຊົນ