ຝຶກອົບຮົມວຽກງານກໍ່ສ້າງພັກ, ພະນັກງານ ໃຫ້ບັນດາຄະນະໜ່ວຍພັກ, ປະທານສາມອົງການຈັດຕັ້ງມະຫາຊົນ.

ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ລະບຽບການຂອງພັກ ສະໄໝທີ 10 ສະນັ້ນໃນຕອນເຊົ້າຂອງວັນທີ 17 ຕຸລາ 2018 ຢູ່ທີ່ຫ້ອງປະຊຸມຊັ້ນສອງກະຊວງຍຸຕິທຳ ຈຶ່ງໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງພັກ, ພະນັກງານ ໃຫ້ບັນດາຄະນະໜ່ວຍພັກ, ປະທານສາມອົງການຈັດຕັ້ງມະຫາຊົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 4 ສະຫາຍ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອຮັບຟັງການບັນຍາຍເອກະສານກ່ຽວກັບຄຳສັ່ງເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຜີຍແຜ່ບົດແນະນຳຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ ສະບັບເລກທີ 164/ຄບພ.ກຍ, ລົງວັນທີ 10 ສິງຫາ 2018, ບັນຍາຍເອກະສານກ່ຽວກັບການຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະຜ່ານມາ, ບັນຍາຍເອກະສານກ່ຽວກັບຄຳສັ່ງເລກທີ 04/ກມສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ, ນະຄອນຫຼວງ.

ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນອັນຕະລາຍຕໍ່ພັກ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ. ນອກນັ້ນຍັງເປັນການຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ. ສະນັ້ນ, ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ພັກມີຄວາມຈຳເປັນຕ້ອງກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດວາງອອກແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ