ບໍລິສັດ 3s ພັດທະນາ ມອບອຸປະກອບຮັບໃຊ້ໃຫ້ແກ່ກະຊວງຍຸຕິທຳ

ບໍລິສັດ 3s ພັດທະນາ ມອບອຸປະກອບຮັບໃຊ້ໃຫ້ແກ່ກະຊວງຍຸຕິທຳ

ໃນຕອນບ່າຍຂອງວັນທີ 10 ມີນາ 2016 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອໂດຍການມອບຂອງ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3S ພັດທະນາແລະ ກ່າວຮັບໂດຍ ທ່ານ ດຣ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຫົວໜ້າຫ້ອງການ, ບັນດາ​ທ່ານຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະເສດ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ເຄື່ອງທີ່ທາງບໍລິສັດ 3S ພັດທະນານຳມາມອບໃນຄັ້ງນີ້ປະກອບມີ ກ້ອງວິດີໂອ ຈຳນວນ 1 ເຄື່ອງ ແລະ ຄອມພິວເຕີ ຈຳນວນ 1 ຊຸດລວມມູນຄ່າ 53.000.000 ກີບ.

Subscribe to RSS - ບໍລິສັດ 3s ພັດທະນາ ມອບອຸປະກອບຮັບໃຊ້ໃຫ້ແກ່ກະຊວງຍຸຕິທຳ