ບໍລິສັດ 3s ພັດທະນາ ມອບອຸປະກອບຮັບໃຊ້ໃຫ້ແກ່ກະຊວງຍຸຕິທຳ

ໃນຕອນບ່າຍຂອງວັນທີ 10 ມີນາ 2016 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອໂດຍການມອບຂອງ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3S ພັດທະນາແລະ ກ່າວຮັບໂດຍ ທ່ານ ດຣ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຫົວໜ້າຫ້ອງການ, ບັນດາ​ທ່ານຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະເສດ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ເຄື່ອງທີ່ທາງບໍລິສັດ 3S ພັດທະນານຳມາມອບໃນຄັ້ງນີ້ປະກອບມີ ກ້ອງວິດີໂອ ຈຳນວນ 1 ເຄື່ອງ ແລະ ຄອມພິວເຕີ ຈຳນວນ 1 ຊຸດລວມມູນຄ່າ 53.000.000 ກີບ.

ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ປະທານບໍລິສັດ 3S ພັດທະນາ ທີ່ເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນຂອງໜ້າທີ່ວຽກງານໃນຂະແໜງຍຸຕິທຳ ໂດຍສະເພາະວຽກງານໂຄສະນາເຜີຍແຜ່ກົດໝາຍ. ການປະກອບສ່ວນໃນຄັ້ງນີ້ຈະເປັນການຊຸກຍູ້ໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາ ໂດຍສະເພາະແມ່ນການເກັບກຳຂ່າວ, ຮູບພາບການເຄື່ອນໄຫວວຽກງານຂອງຄະນະພັກ, ຄະນະນຳ, ບັນດາກົມ, ຂະ​ແໜງ​ຍຸຕິ​ທຳ ​ແລະ ທ້ອງ​ຖິ່ນ ໃຫ້ມີຄວາມວ່ອງໄວ, ທັນກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການສະ   ໜອງຂໍ້ມູນຂ່າວສານທາງດ້ານກົດໝາຍ./.