ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສ

ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍຳລາວ ຄົນໃໝ່

    ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢຊິຮາລຸ ໂຢເນຢາມາ (yoshiharu YONEYAMA) ຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນປະຈໍາລາວຄົນໃໝ່ ພ້ອມດ້ວຍຄະນະ. ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນໃນໂອກາດທີ່ ທ່ານ ໂຢຊິຮາລຸ ໂຢເນຢາມາ ໄດ້ມາດໍາ ລົງຕໍາແໜ່ງເປັນຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວຄົນໃໝ່ ແລະ ປຶກສາຫາລືທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຮ່ວມມື ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປ ປ ລາວ ແລະ ອົງການຮ່ວມມືສາກົນ ໄຈກາ ປະຈໍາລາວ ໃນລະຍະຜ່ານມາ.

Subscribe to RSS - ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສ