ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບ ທ່ານຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍຳລາວ ຄົນໃໝ່

    ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢຊິຮາລຸ ໂຢເນຢາມາ (yoshiharu YONEYAMA) ຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນປະຈໍາລາວຄົນໃໝ່ ພ້ອມດ້ວຍຄະນະ. ຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແມ່ນໃນໂອກາດທີ່ ທ່ານ ໂຢຊິຮາລຸ ໂຢເນຢາມາ ໄດ້ມາດໍາ ລົງຕໍາແໜ່ງເປັນຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວຄົນໃໝ່ ແລະ ປຶກສາຫາລືທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຮ່ວມມື ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປ ປ ລາວ ແລະ ອົງການຮ່ວມມືສາກົນ ໄຈກາ ປະຈໍາລາວ ໃນລະຍະຜ່ານມາ.

        ພ້ອມດຽວກັນນັ້ນ, ທັງສອງຝ່າຍກໍໄດ້ສົນທະນາກ່ຽວກັບວຽກງານຍຸຕິທໍາ ແລະ ຮ່ວມກັນປຶກສາຫາລື ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ເປັນຕົ້ນ ແມ່ນສືບຕໍ່ຄົ້ນຄ້ວາປັບປຸງຮ່າງປະມວນກົດໝາຍແພ່ງໃຫ້ສໍາເລັດຕາມຂັ້ນຕອນ ພ້ອມທັງສືບຕໍ່ການຈັດກອງປະຊຸມສໍາມະນາກ່ຽວກັບເຕັກນິກໃນການສ້າງ ແລະ ປັບປຸງກົດໝາຍ ເພື່ອເປັນບົດຮຽນແກ່ ສປປ ລາວ ໃນອະນາຄົດ. ໃນໂອກາດນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຢຊິຮາລຸ ໂຢເນຢາມາ ຜູ້ຕ່າງໜ້າຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ ຄົນໃໝ່ ໃນໂອກາດດຽວກັນ ທ່ານ  ທ່ານ ໂຢຊິຮາລຸ ໂຢເນຢາມາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ມີການສືບຕໍ່ພົວພັນຮ່ວມມືວຽກງານນໍາກັນໃນຕໍ່ໜ້າ.

ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ