ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທ່ານຮອງອໍານວຍການມະຫາວິທະຍາໄລກົດໝາຍຮ່າໂນ່ຍ

ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທ່ານຮອງອໍານວຍການມະຫາວິທະຍາໄລກົດໝາຍຮ່າໂນ່ຍ

     ໃນຕອນບ່າຍຂອງວັນທີ 16 ມັງກອນ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈູແມ໋ງຫຸງ (CHU MANH HUNG) ຮອງອໍານວຍການມະ ຫາວິທະຍາໄລກົດໝາຍຮ່າໂນ່ຍ ພ້ອມດ້ວຍຄະນະ.

     ຈຸດປະສົງຂອງການເຂົ້າຢ້ຽມຂໍ່ນັບໃນຄັ້ງນີ້ ແມ່ນເພື່ອລາຍງານສະພາບການຮ່ວມມືລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດຂອງ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍຮ່າໂນ່ຍ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນ ທຶກການຮ່ວມມື ທີ່ໄດ້ເຊັນກັນໃນວັນທີ 27 ກັນຍາ 2016 ທີ່ຜ່ານມາໃຫ້ປາກົດຜົນເປັນຈິງ.

Subscribe to RSS - ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທ່ານຮອງອໍານວຍການມະຫາວິທະຍາໄລກົດໝາຍຮ່າໂນ່ຍ