ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບທ່ານຮອງອໍານວຍການມະຫາວິທະຍາໄລກົດໝາຍຮ່າໂນ່ຍ

     ໃນຕອນບ່າຍຂອງວັນທີ 16 ມັງກອນ 2017 ຢູ່ທີ່ກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະ ມົນຕີກະຊວງຍຸຕິທໍາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈູແມ໋ງຫຸງ (CHU MANH HUNG) ຮອງອໍານວຍການມະ ຫາວິທະຍາໄລກົດໝາຍຮ່າໂນ່ຍ ພ້ອມດ້ວຍຄະນະ.

     ຈຸດປະສົງຂອງການເຂົ້າຢ້ຽມຂໍ່ນັບໃນຄັ້ງນີ້ ແມ່ນເພື່ອລາຍງານສະພາບການຮ່ວມມືລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດຂອງ ສປປ ລາວ ແລະ ມະຫາວິທະຍາໄລກົດໝາຍຮ່າໂນ່ຍ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນ ທຶກການຮ່ວມມື ທີ່ໄດ້ເຊັນກັນໃນວັນທີ 27 ກັນຍາ 2016 ທີ່ຜ່ານມາໃຫ້ປາກົດຜົນເປັນຈິງ.

     ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈູແມ໋ງຫຸງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນທີ່ສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຂອງສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມືແໜ້ນແຟ້ນຂຶ້ນໄປເລື້ອຍໆ ເປັນຕົ້ນແມ່ນການປະກອບ ສ່ວນຂອງມະຫາວິທະຍາໄລກົດໝາຍຮ່າໂນ່ຍ ທີ່ໃຫ້ການຊ່ວຍເຫຼືອກະຊວງຍຸຕິທໍາ ກໍຄືສະຖາບັນຍຸຕິທໍາແຫ່ງຊາດຂອງ ສປປ ລາວ ໃນລະຍະຜ່ານມາ ນອກນັ້ນທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ພ້ອມທັງລາຍງານ ແຜນການເຄື່ອນໄຫວວຽກງານຍຸຕິທໍາໃນຂົງເຂດການສຶກສາ ແລະ ກໍ່ສ້າງບຸກຄະລາກອນນັກກົດໝາຍລະຫວ່າງສອງກະຊວງຍຸຕິທໍາລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍຄືສະຖາບັນຍຸຕິທໍາແຫ່ງຊາດ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ກັບ ມະຫາວິທະຍາໄລກົດໝາຍຮ່າໂນ່ຍ ກະຊວງຍຸຕິທໍາແຫ່ງ ສສ ຫວຽດນາມ ໃນລະຍະຜ່ານມາ ພ້ອມທັງຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ຈະເກີດຂຶ້ນຕໍ່ໜ້າໃຫ້ນັບ ມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

     ໃນຕອນທ້າຍຂອງການພົບປະ ທ່ານ  ຈູແມ໋ງຫຸງ  ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກໃນ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນເທື່ອນີ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ຂ່າວ: ໄຊຍະສິດ       ພາບ: ຈັນທະວີສຸກ