ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ
Submitted by s.bounkham on
ໂດຍປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 181/ກຍ, ລົງວັນທີ 22 ກຸມພາ 2017 ວ່າດ້ວຍການອະນຸມັດເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ໃນວັນທີ 27 ກຸມພາ 2017 ກະ ຊວງຍຸຕິທຳ ຕາງໜ້າໂດຍກົມສົ່ງເສີມລະບົບຍຸຕິທຳ ຮ່ວມກັບມູນນິທິເອເຊຍ ປະຈຳລາວ (The Asia Foundation) ໄດ້ມີພິທີເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ທີ່ສະໂມສອນເມືອງແກ່ນທ້າວ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ມີແຂກຖືກເຊີນ, ນັກສຶກສາກົດໝາຍຝຶກງານ ເຂົ້າຮ່ວມທັງໝົດທັງໝົດ 221 ຄົນ, ຍິງ 45 ຄົນ.