ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ

     ໂດຍປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 181/ກຍ, ລົງວັນທີ 22 ກຸມພາ 2017 ວ່າດ້ວຍການອະນຸມັດເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ໃນວັນທີ 27 ກຸມພາ 2017 ກະ ຊວງຍຸຕິທຳ ຕາງໜ້າໂດຍກົມສົ່ງເສີມລະບົບຍຸຕິທຳ ຮ່ວມກັບມູນນິທິເອເຊຍ ປະຈຳລາວ (The Asia Foundation) ໄດ້ມີພິທີເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ທີ່ສະໂມສອນເມືອງແກ່ນທ້າວ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ມີແຂກຖືກເຊີນ, ນັກສຶກສາກົດໝາຍຝຶກງານ ເຂົ້າຮ່ວມທັງໝົດທັງໝົດ 221 ຄົນ, ​ຍິງ 45 ຄົນ.

     ຈຸດປະສົງຂອງການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ຂັ້ນເມືອງໃນເທື່ອນີ້ ແມ່ນເພື່ອໃຫ້ເປັນໜ່ວຍງານໜຶ່ງໃນການຊ່ວຍເຫຼືອບໍລິການດ້ານກົດໝາຍ ຊ່ວຍຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຂັ້ນ ແຂວງໃຫ້ແກ່ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ບໍ່ສາມາດໄປໃຊ້ບໍລິການທາງດ້ານກົດໝາຍຢູ່ຂັ້ນແຂວງໄດ້. ນອກຈາກນັ້ນ ການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ຂັ້ນເມືອງ ຍັງສ້າງຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນຢູ່ເຂດເມືອງໃກ້ຄຽງ ທີ່ມີຄວາມສົນໃຈທາງດ້ານກົດໝາຍ ຫຼື ຜູ້ທີ່ມີຄະດີ ສາມາດເຂົ້າໄປຮັບການບໍລິການປຶກສາດ້ານກົດໝາຍໄດ້ງ່າຍຂຶ້ນ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍ.

     ການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ຄັ້ງນີ້ ຖືວ່າເປັນແຫ່ງທໍາອິດທີ່ໄດ້ເປີດຢູ່ຂັ້ນເມືອງ, ຜ່ານມາກະຊວງຍຸຕິທຳ ໄດ້ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍແລ້ວ ຢູ່ຂັ້ນແຂວງໄດ້ 5 ແຂວງ ຄື ແຂວງ ໄຊຍະບູລີ, ອຸດົມໄຊ, ຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ  ແຂວງ ສະຫວັນນະເຂດ. ໃນອາທິດດຽວກັນ ກໍໄດ້ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຕຶ່ມອີກໜຶ່ງແຫ່ງ ຄືຢູ່ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ. ຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ທັງສອງແຫ່ງນີ້ ຕັ້ງຢູ່ຫ້ອງການຍຸຕິທຳເມືອງ ແກ່ນທ້າວ ແລະ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ.

     ພ້ອມດຽວກັນນີ້, ມູນນິທິເອເຊຍ ປະຈຳລາວ, ໃນນາມຄູ່ຮ່ວມງານຂອງກະຊວງຍຸຕິທຳ ຍັງໄດ້ມອບເຄື່ອງອຸປະກອນເຄື່ອງໃຊ້ປະກອບໃສ່ຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ທັງສອງແຫ່ງ ລວມມີ ກ້ອງຖ່າຍຮູບ 02 ໜ່ວຍ, ຄອມພິວເຕີໂນດບຸກ 02  ໜ່ວຍ, ຈັກປິ່ນເອກະສານຕິດສະແນນເນີ 02 ໜ່ວຍ, ຕູ້ລຳໂພງເຄື່ອນທີ່ 02 ໜ່ວຍ ລວມມູນຄ່າທັງໝົດ ສອງພັນກວ່າ ໂດລາສະຫະລັດ.

     ໂອກາດດັ່ງກ່າວ ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນ ກ່ຽວກັບຄວາມໝາຍສຳຄັນຂອງການເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ເນັ້ນໜັກໃຫ້ການນຳຂອງພະແນກຍຸຕິທຳ ແຂວງ ແລະ ເມືອງທີ່ຮັບຜິດຊອບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າໃກ້ຊິດຕິດແທດ, ຮຽກຮ້ອງໃຫ້ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ຈົ່ງເພີ່ມຄວາມເອົາໃຈໃສ່ໃຫ້ຫຼາຍໃນການສຶກສາ, ຄົ້ນຄວ້າທາງດ້ານວິຊາການກົດ ໝາຍ ເພື່ອໃຫ້ຄຳປຶກສາ ແລະ ຮັບໃຊ້ພໍ່ແມ່ປະຊາຊົນດ້ວຍຄວາມບໍລິສຸດ, ຈິງໃຈ. ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມີຄວາມສົນໃຈດ້ານກົດໝາຍ ຫຼື ຜູ້ທີ່ມີຄະດີ ເຂົ້າໄປນຳໃຊ້ບໍລິການຢູ່ຫ້ອງການດັ່ງກ່າວໃຫ້ ນັບມື້ນັບກວ້າງຂວາງ.

 

ຂ່າວ ແລະ ພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ)