ຄະນະນໍາກະຊວງຍຸຕິທໍາ ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຫຼວງພະບາງ

ຄະນະນໍາກະຊວງຍຸຕິທໍາ ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຫຼວງພະບາງ

ໃນວັນທີ 24 ພຶດສະພາ 2019 ຜ່ານມານີ້ ຄະນະນໍາກະຊວງຍຸຕິທໍາ ນໍາພາໂດຍທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຫຼວງພະບາງ ເພື່ອລົງຊຸກຍູ້, ຕິດຕາມ ແລະ ຊີ້ນໍາວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ຫຼວງພະບາງ ຜູ້ຊີ້ນໍາວຽກງານຍຸຕິທໍາ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງຍຸຕິທໍາພາຍໃນແຂວງ.

Subscribe to RSS - ຄະນະນໍາກະຊວງຍຸຕິທໍາ ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຫຼວງພະບາງ