ຄະນະນໍາກະຊວງຍຸຕິທໍາ ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຫຼວງພະບາງ

ໃນວັນທີ 24 ພຶດສະພາ 2019 ຜ່ານມານີ້ ຄະນະນໍາກະຊວງຍຸຕິທໍາ ນໍາພາໂດຍທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ ແຂວງ ຫຼວງພະບາງ ເພື່ອລົງຊຸກຍູ້, ຕິດຕາມ ແລະ ຊີ້ນໍາວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ຫຼວງພະບາງ ຜູ້ຊີ້ນໍາວຽກງານຍຸຕິທໍາ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງຍຸຕິທໍາພາຍໃນແຂວງ.
ຈາກນັ້ນ, ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ລົງພົບປະ ແລະ ຊີ້ນໍາວຽກງານ ຢູ່ພະແນກຍຸຕິທໍາແຂວງ ຫຼວງພະບາງ ໂດຍການຕ້ອນຮັບຂອງ ທ່ານ ມີໄຊ ໄຊເກີຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ, ມີບັນດາຫົວໜ້າຂະແໜງ, ຫົວໜ້າຫ້ອງການຍຸຕິທໍາເມືອງ, ຕະຫຼອດຮອດພະນັກງານພະແນກ ແລະ ຫ້ອງການຍຸຕິທໍາເມືອງຈໍານວນໜຶ່ງເຂົ້າຮ່ວມ. 

ໃນກອງປະຊຸມ ທ່ານ ມີໄຊ ໄຊເກີຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທໍາແຂວງ ຫຼວງພະບາງ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຍຸຕິທໍາຮາກຖານ ຊຶ່ງທ່ານໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ໃນທີປະຊຸມ ກໍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທໍາ ສະບັບເລກທີ 537/ກຍ, ລົງວັນທີ 29 ເມສາ 2019 ວ່າດ້ວຍ ການອະນຸມັດໃຫ້ພະນັກງານ-ລັດຖະກອນ ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຊຶ່ງພະແນກຍຸຕິທໍາແຂວງ ຫຼວງພະບາງ ມີພະນັກງານ 2 ທ່ານ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຫຼັງຈາກນັ້ນ ທ່ານ ສຸພີ ນໍລິນທາ ຮອງຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ກໍໄດ້ເຜີຍແຜ່ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃຫ້ແກ່ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເປັນເອກະພາບກັນ ໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ໃນຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ພະແນກຍຸຕິທໍາ ແຂວງ ຫຼວງພະບາງ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາ ຂອງພະແນກ ແລະ ຫ້ອງການຍຸຕິທໍາເມືອງ ຈົ່ງເອົາໃຈໃສ່ຍົກສູງປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນໍາຂອງແຂວງ, ເມືອງ ກ່ຽວກັບວຽກງານກົດໝາຍ ແລະ ຍຸຕິທໍາ ຂັ້ນທ້ອງຖິ່ນ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ຂຽນຂ່າວ: ອະນຸລັກ; ຖ່າຍພາບ: ສົມຫວັງ ບົວລະພັນ