ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບ ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ

ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບ ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2019, ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສປປ ລາວ ນຳພາໂດຍ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ດັງ   ຮວາງ ແອວງ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ຢູ່ທີ່ຫ້ອງຮັບແຂກສາກົນ, ໂຮງຮຽນກົດໝາຍຊັ້ນກາງດົງເຫີຍ, ສສ ຫວຽດນາມ; ໃນໂອກາດດັ່ງກ່າວ ສະຫາຍ ສຸລິຍາ ສີດາວົງ ໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ.

Subscribe to RSS - ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບ ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ