ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບ ຄະນະຊາວໜຸ່ມ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2019, ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສປປ ລາວ ນຳພາໂດຍ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ດັງ   ຮວາງ ແອວງ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ຢູ່ທີ່ຫ້ອງຮັບແຂກສາກົນ, ໂຮງຮຽນກົດໝາຍຊັ້ນກາງດົງເຫີຍ, ສສ ຫວຽດນາມ; ໃນໂອກາດດັ່ງກ່າວ ສະຫາຍ ສຸລິຍາ ສີດາວົງ ໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງຄະນະຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ.
ຫຼັງຈາກນັ້ນ, ຄະນະຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກັບ ຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໃນຫົວຂໍ້ “ການເສີມຂະຫຍາຍພາລະບົດບາດ ແລະ ໜ້າທີ່ ຂອງພະນັກງານ-ລັດຖະກອນໜຸ່ມ ແລະ ການຈັດຕັ້ງວຽກງານຊາວໜຸ່ມ ໃນໄລຍະປັດຈຸບັນ” ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນກົດໝາຍຊັ້ນກາງດົງເຫີຍ, ສສ ຫວຽດນາມ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມ ໂດຍ ສະຫາຍ ນາງ ດັງ ຮວາງ ແອວງ ກຳມະການພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ; ສະຫາຍ ໂຫ ກວາງ ຮຸຍ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ສຸລິຍາ ສີດາວົງ ເລຂາ​ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ແຫ່ງ ສປປ ລາວ. ມີບັນດາສະຫາຍຄະນະບໍລິຫານງານ ແລະ ບັນດາສະມາຊິກຊາວໜຸ່ມ ຂອງທັງສອງຝ່າຍເຂົ້າຮ່ວມທັງໝົດ 43 ສະຫາຍ, ຍິງ 15 ສະຫາຍ.

ໃນກອງປະຊຸມ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນ, ຂໍ້ມູນ ແລະ ປະສົບການຕົວຈິງ ກ່ຽວກັບວຽກງານການສ້າງກົດໝາຍ; ການກໍ່ສ້າງບຳລຸງພະນັກງານຂອງຂະແໜງຍຸຕິທຳ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຂອງສອງປະເທດ; ນອກນັ້ນ, ທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບແຜນການໃນຕໍ່ໜ້າ ແລະ ໄດ້ຕົກລົງເປັນເອກະພາບທາງດ້ານຫຼັກການການຮ່ວມມື ບົນພື້ນຖານຄວາມເໝາະສົມຕໍ່ກັບກົດໝາຍຂອງແຕ່ລະຝ່າຍ ແລະ ບົນພື້ນຖານຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ຊຶ່ງທັງສອງຝ່າຍໄດ້ເນັ້ນລົງເລິກບາງຂົງເຂດ ທີ່ຈະໄດ້ຮ່ວມມືກັນ ໃນໄລຍະຕໍ່ໜ້າ ເຊັ່ນ ຕ້ອງໄດ້ແລກປ່ຽນປະສົບການຕົວຈິງ ແນໃສ່ການເສີມຂະຫຍາຍພາລະບົດບາດ, ໜ້າທີ່ ຂອງພະນັກງານ-ລັດຖະກອນໜຸ່ມນ້ອຍ, ການຈັດຕັ້ງຊາວໜຸ່ມ ໃນວຽກງານວິຊາສະເພາະຂອງກະຊວງ ແລະ ຂະແໜງຍຸຕິທຳຂອງສອງປະເທດ; ຊຸກຍູ້ການແລກປ່ຽນບົດຮຽນຂອງພະນັກງານໜຸ່ມ ຂອງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ໂດຍຜ່ານຮູບການຈັດຕັ້ງປະຕິບັດແຜນການຮ່ວມມື ແລະ ແລກປ່ຽນບົດຮຽນກັນ 2 ປີຕໍ່ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ; ຊຸກຍູ້ການເຄື່ອນໄຫວແລກປ່ຽນຂໍ້ມູນ ຂ່າວສານ, ເອກະສານທາງດ້ານກົດໝາຍໃນທຸກຂົງເຂດ ທີ່ຊາວໜຸ່ມຂອງສອງກະຊວງ ເຫັນວ່າມີຄວາມສຳຄັນ ແລະ ແລກປ່ຽນບັນດາຂົງເຂດອື່ນ ທີ່ເຫັນວ່າມີຄວາມສຳຄັນໃນອະນາຄົດ. 
ສະຫາຍ ນາງ ດັງ ຮວາງ ແອວງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ຕີລາຄາສູງ ຕໍ່ກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ຊຶ່ງເປັນຂີດໝາຍທີ່ດີຂອງສາຍພົວພັນການຮ່ວມມືມິດຕະພາບແບບພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງຄະນະຊາວໜຸ່ມຂອງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ຊຶ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການພົວພັນຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳ ຊຶ່ງແມ່ນຄັ້ງທໍາອິດໃນປະຫວັດສາດຂອງຊາວໝຸ່ມສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ທີ່່ໄດ້ຈັດກອງປະຊຸມແລກປ່ຽນ ແລະ ຮ່ວມມືກັນ ເພື່ອເຮັດໃຫ້ຊາວໜຸ່ມຂອງສອງປະເທດ ກໍຄືສອງກະຊວງ ສາມາດເຊື່ອມໂຍງ ແລະ ສົ່ງເສີມການຮ່ວມມືຊຶ່ງກັນ ແລະ ກັນ, ສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອເຮັດໃຫ້ກິດຈະກໍາການຮ່ວມມືມີການຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິພາບຫຼາຍຂຶ້ນ. ຫຼັງຈາກນັ້ນ ຄະນະບໍລິຫານງານຊາວໜຸ່ມຂອງທັງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ກໍໄດ້ມອບທຶນການສຶກສາຈຳນວນໜຶ່ງໃຫ້ແກ່ນັກຮຽນ ລາວ-ຫວຽດນາມ ທີ່ກຳລັງສຶກສາຢູ່ໂຮງຮຽນກົດໝາຍຊັ້ນກາງດົງເຫີຍ ທີ່ມີຜົນການຮຽນດີເດັ່ນ ແຕ່ມີຄວາມຂາດເຂີນ ຈຳນວນ 20 ຄົນ, ຍິງ 10 ຄົນ. ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 11:30 ໂມງ ຂອງວັນດຽວກັນ.
ພາຍຫຼັງສຳເລັດກອງປະຊຸມ ຄະນະບໍລິຫານງານຊາວໜຸ່ມຂອງທັງສອງຝ່າຍ ກໍໄດ້ເຄື່ອນໄຫວກິດຈະກຳຈຳນວນໜຶ່ງ ເຊັ່ນ ຮ່ວມກັນປູກຕົ້ນໄມ້ມິດຕະພາບ ເພື່ອເປັນທີ່ລະນຶກ ຢູ່ບໍລິເວນໂຮງຮຽນກົດໝາຍຊັ້ນກາງດົງເຫີຍ; ການວາງພວງມາລາທີ່ສຸສານຂອງທ່ານ ພົນເອກ ວໍ ຫງວຽນ ຢາບ; ການທ່ຽວຊົມສະຖານທີ່ປະກອບການເຮັດທຸລະກິດດີເດັ່ນຂອງຊາວໜຸ່ມແຂວງ ກວາງບິງ; ແຂ່ງຂັນກິລາບານເຕະມິດຕະພາບຮ່ວມກັນ ແລະ ການແລກປ່ຽນສິລະປະວັນນະຄະດີ ລະຫວ່າງ ສອງກະຊວງຍຸຕິທຳ ລາວ-ຫວຽດນາມ ດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: