ຄະນະກົມລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ແຂວງ ໄຊຍະບູລີ

ການໂຄສະນາເຜີຍແຜ່ນິຕິກໍາ ແລະ ລົງເກັບກໍາຂໍ້ມູນເພື່ອສ້າງຕັ້ງໜ່ວຍງານທະບຽນສານຢູ່ທີ່ ແຂວງ ໄຊຍະບູລີ

    ໃນລະຫວ່າງວັນທີ 24 ກໍລະກົດ ຫາ 4 ສິງຫາ 2016 ຜ່ານມານີ້ ກົມທະບຽນສານ ໄດ້ລົງໄປເຄື່ອນໄຫວວຽກງານຢູ່ ແຂວງ ໄຊຍະບູລີ ໂດຍການນໍາພາຄະນະຂອງ ທ່ານ ປທ ນຽມ ສຸພັນຄໍ້າມະວົງ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະນັກງານວິຊາການ 2 ທ່ານ. ຈຸດປະສົງການລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ຄະນະນໍາຂອງແຕ່ລະເມືອງ ​ເພື່ອເກັບກໍາຂໍ້ມູນ​ສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.

Subscribe to RSS - ຄະນະກົມລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ແຂວງ ໄຊຍະບູລີ