ການໂຄສະນາເຜີຍແຜ່ນິຕິກໍາ ແລະ ລົງເກັບກໍາຂໍ້ມູນເພື່ອສ້າງຕັ້ງໜ່ວຍງານທະບຽນສານຢູ່ທີ່ ແຂວງ ໄຊຍະບູລີ

    ໃນລະຫວ່າງວັນທີ 24 ກໍລະກົດ ຫາ 4 ສິງຫາ 2016 ຜ່ານມານີ້ ກົມທະບຽນສານ ໄດ້ລົງໄປເຄື່ອນໄຫວວຽກງານຢູ່ ແຂວງ ໄຊຍະບູລີ ໂດຍການນໍາພາຄະນະຂອງ ທ່ານ ປທ ນຽມ ສຸພັນຄໍ້າມະວົງ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະນັກງານວິຊາການ 2 ທ່ານ. ຈຸດປະສົງການລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ຄະນະນໍາຂອງແຕ່ລະເມືອງ ​ເພື່ອເກັບກໍາຂໍ້ມູນ​ສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.

   ໃນວັນທີ 25 ກໍລະກົດ 2016 ທ່ານຮອງຫົວໜ້າກົມ ພ້ອມດ້ວຍຄະນະກໍໄດ້ພົບປະເຮັດວຽກຮ່ວມກັບ ທ່ານ ທອງ ລາວເບຼຍຢາທໍ່ ຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ເພື່ອປືກສາຫາລືຄວາມເປັນເອກະພາບກັນໃນການ ລົງເກັບກໍາຂໍ້ມູນ ທີ່ຈະສະເໜີສ້າງຕັ້ງໜ່ວຍງານ ແລະ ເປົ້າໝາຍບຸກຄະລາກອນທີ່ຈະເໜີແຕ່ງຕັ້ງຮັບຜິດຊອບໜ່ວຍງານທະບຽນສານ ຊຶ່ງໃນບັນດາເມືອງທີ່ຍັງບໍ່ທັນມີໜ່ວຍງານທະບຽນສານທັງໝົດ 7 ເມືອງ ຄື: ເມືອງຊຽງ ຮ່ອນ, ເມືອງ ເງີນ, ເມືອງ ໄຊຍະບູລີ, ເມືອງ ໄຊສະຖານ, ເມືອງ ພຽງ, ເມືອງ ທົ່ງມີໄຊ ແລະ ເມືອງບໍ່ແຕນ. ໃນໄລຍະການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານຮອງຫົວໜ້າກົມ ໄດ້ເຜີຍແຜ່ເອກະສານຈໍານວນ 2 ສະບັບ ເຊັນ ຄໍາສັ່ງຂອງນາຍົກ ສະບັບເລກທີ 10/ນຍ, ລົງວັນທີ 1 ​ເມສາ 2016 ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ, ກົດໝາຍວ່າດ້ວຍ ທະບຽນສານ ​ແລະ ນິຕິ​ກໍາ​ຈໍານວນ​ໜຶ່ງ  ໃຫ້ບັນດາພະແນກການ, ຫ້ອງ ການ, ອົງການຈັດຕັ້ງ, ບັນດາຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດຮອດອໍານາດການປົກຄອງບ້ານພາຍໃນແຂວງ ແລະ ບັນດາເມືອງ ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ ຈໍານວນ 1.037 ຄົນ, ຍິງ 267 ຄົນ.

   ຜ່ານການເຜີຍແຜ່ເອກະສານດັ່ງກ່າວ ເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງ  ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານທະບຽນສານ ເພາະວ່າເປັນວຽກງານໜຶ່ງທີ່ມີບົດບາດສໍາຄັນຂອງຂະແໜ່ງຍຸຕິທໍາ ໃນການສະກັດກັ້ນການລະເມີດລະບຽບ ກົດໝາຍ, ເນື່ອງຈາກວ່າ ວຽກງານທະບຽນສານມີພາລະບົດບາດໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ຕາມກົດໝາຍຂອງສັນຍາ ແລະ ເອກະສານອື່ນ ເພື່ອແນໃສ່ປົກປ້ອງສິດ  ແລະ ຜົນປະໂຫຍດອັນຊອບ ທໍາຂອງຄູ່ສັນຍາ ແລະ ບຸກຄົນທີ່ກ່ຽວຂ້ອງ. ໄລຍະໃນການເຄື່ອນວຽກ​ງານ​ນັ້ນ ທ່ານ​ຮອງ​ຫົວໜ້າ​ກົມ​ ຍັງໄດ້​ເຮັດ​ວຽກ​ກັບ​ບັນດາຫ້ອງການ​ຍຸຕິ​ທໍາ​ເມືອງ​ ຕິດຕາມ​ກວດກາ​ວຽກ​ງານຂອງ​​ໜ່ວຍ​ງານ​ທະບຽນ​ສານ​ ພ້ອມ​ທັງ​ໄດ້​ໃຫ້​ຄໍາ​ແນະ​ກ່ຽວ​ກັບ​ບັນຫາ​ທີ່​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ ເປັນ​ຕົ້ນ​ໃຫ້​ຊີ້​ແຈ້ງ​ໃຫ້​ບັນດາອົງການຈັດ​ຕັ້ງ​ລັດ, ນິຕິບຸກຄົນ ​ແລະ ບຸກຄົນ ​ໃຫ້​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບຜົນ​ຂອງ​ການຢັ້ງຢືນ​ຄວາມ​ຖືກຕ້ອງຂອງ​ອົງການ​ທະບຽນ​ສານ ​ເພື່ອ​ຫຼຸດຜ່ອນ​ຂໍ້​ຂັດ​ແຍ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອານາ​ຄົດ. ນອກຈາກ​ນັ້ນ​ ຍັງ​ໄດ້​ເນັ້ນໜັກ​ໃຫ້​ພະນັກງານ​ທະບຽນ​ສານ ໄດ້​ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ວຽກ​ງານທີ່ຕົນ​ຮັບຜິດຊອບໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ການ​ຄົ້ນຄວ້າ​ເອກະສານໃຫ້ຮັດ​ກຸມ​, ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ ​ແລະ​ ສອດຄ່ອງຕາມ​ກົດໝາຍ. ພ​້ອມກັນ​ນັ້ນ, ​ກໍຍັງ​ໄດ້​ກໍານົດ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ໃນການ​ຂໍ​ຢັ້ງຢືນ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ (ກະຊວງ, ​ແຂວງ ​ແລະ ​ເມືອງ) ກົມ​ທະບຽນ​ສານ, ຫ້ອງການ​ທະບຽນ​ສານ ​ແລະ ໜ່ວຍ​ງານ​ທະບຽນ​ສານ.

   ການເຄື່ອນໄຫວ​ລົງ​ເກັບ​ກໍາ​ຂໍ້​ມູນ​ໃນ​ຄັ້ງ​ນີ້ ໄດ້​​ດໍາ​ເນີນ​ໄປ​ເປັນ​ເວລາ 2 ອາທິດ, ຊຶ່ງ​ຜ່ານ​ການ​ເກັບ​ກໍາ​ຂໍ້​ມູນ​ພາຍ​ໃນ 7 ​ເມືອງ ຂອງ​ແຂວງ​ ໄຊ​ຍະ​ບູລີ ຕາມ​ເປົ້າ​ໝາຍ​ ເຫັນວ່າ ມີ1 ເມືອງທີ່​ບໍ່ສາມາດ​ສ້າງ​ຕັ້ງໜ່ວຍງານທະບຽນສານ​ໄດ້. ສ່ວນອີກ 6 ​ເມືອງ ​ແມ່ນ​ມີ​ເງື່ອນ​ໄຂຄົບຖ້ວນສາມາດ​ການ​ສ້າງ​ຕັ້ງໄດ້ ​ໂດຍໃຫ້​ຫ້ອງການ​ຍຸຕິ​ທໍາ​ເມືອງ​ ນໍາ​ສະ​ເໜີ​​ເພື່ອສ້າງ​ຕັ້ງ​ໜ່ວຍ​ງານເມືອງ ​ແລະ ​ແຕ່ງ​ຕັ້ງພະນັກງານ​ຮັບຜິດ​ຊອບຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ​ ໃນ​ຂັ້ນ​ຕໍ່​ໄປ.

 

 

ບົດ ​ແລະ ຮູບພາບ ​ໂດຍ: ທອງ​ບາງ ຮຸ່ງ​ທະ​ຈັກ (ກົມ​ທະບຽນ​ສານ ກະຊວງ​ຍຸ​ຕິ​ທໍາ)