ກຳມະບານຮາກຖານພະແນກຍຸຕິທໍາແຂວງ ວຽງຈັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III
Submitted by wickyboubphalyvanh on
ໃນວັນທີ 23 ທັນວາ 2019 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ສໍາເລັດກອງປະຊຸມກຳມະບານຮາກຖານ ຄັ້ງທີ III ຂອງພະແນກຍຸຕິທໍາແຂວງ ວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ໄຜ່ລ້ອມ ສິນນະວົງ ປະທານກໍາມະບານຮາກຖານ ພະແນກຍຸຕິທໍາແຂວງ ວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາ ແຂວງ, ສະຫາຍ ບົວລໍາແພງ ວາງປະດິດ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ວຽງຈັນ, ມີແຂກຖືກເຊີນ, ຜູ້ແທນສົມບູນຈາກສານປະຊາຊົນແຂວງ ວຽງຈັນ,ໄອຍະການແຂວງວຽງຈັນ,ສະພາປະຊາຊົນແຂວງ ວຽງຈັນ ມີສະມາຊິກກຳມະບານເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 12 ສະຫາຍ