ກຳມະບານຮາກຖານພະແນກຍຸຕິທໍາແຂວງ ວຽງຈັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III

ໃນວັນທີ 23 ທັນວາ 2019 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ສໍາເລັດກອງປະຊຸມກຳມະບານຮາກຖານ ຄັ້ງທີ III ຂອງພະແນກຍຸຕິທໍາແຂວງ ວຽງຈັນ  ໂດຍການເປັນປະທານຂອງ ສະຫາຍ ໄຜ່ລ້ອມ ສິນນະວົງ ປະທານກໍາມະບານຮາກຖານ ພະແນກຍຸຕິທໍາແຂວງ ວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາ ແຂວງ, ສະຫາຍ ບົວລໍາແພງ ວາງປະດິດ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງ ວຽງຈັນ, ມີແຂກຖືກເຊີນ, ຜູ້ແທນສົມບູນຈາກສານປະຊາຊົນແຂວງ ວຽງຈັນ,ໄອຍະການແຂວງວຽງຈັນ,ສະພາປະຊາຊົນແຂວງ ວຽງຈັນ ມີສະມາຊິກກຳມະບານເຂົ້າຮ່ວມທັງໝົດ 39 ສະຫາຍ, ຍິງ 12 ສະຫາຍ

ສະຫາຍ ຄໍາພັນ ຊະນະໄຊ  ຮອງຫົວໜ້າພະແນກຍຸຕິທໍາແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຊຶ່ງຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານກຳມະບານ ທີ່ຕິດພັນກັບວຽກງານວິຊາສະເພາະໃນໄລຍະ 05 ປີຜ່ານມາ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມກັນນັ້ນ ກອງປະຊຸມໄດ້ມີຄວາມເຫັນດີເປັນເອກະພາບຮັບຮອງເອົາບົດລາຍງາຍການເມືອງທັງສອງພາກ, ຈາກນັ້ນກອງປະຊຸມກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະປະທານຊຸດໃໝ່ ໂດຍມີບຸກຄະລາກອນສະໝັກຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ

ໃນນີ້ກອງປະຊຸມປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ພອນສິນ ທິລະກຸນ ເປັນປະທານກຳມະບານຮາກຖານຊຸດໃໝ່, ສະຫາຍ ສີປະເສີດ ວັນສີລາລົມ ເປັນຮອງປະທານ , ສະຫາຍ ສຸລິນຸ້ຍ ດວງປະດິດ ເປັນຄະນະ, ໃນນີ້ກອງປະຊຸມຍັງໄດ້ແຕ່ງຕັ້ງ ສະຫາຍ ສີປະເສີດ ວັນສີລາລົມ ເປັນປະທານກວດກາ, ສະຫາຍ ນາງ ວິໄລພອນ ນ້ອຍທໍາມະວົງ ເປັນຮອງປະທານກວດກາ, ສະຫາຍ ນາງ ຄໍາເຜີຍ ພອນລາວັນ ເປັນຄະນະ ເພື່ອໄປຊີ້ນຳ-ນຳພາກໍາມະບານພະແນກຂອງຕົນ​ເຮັດສຳ​ເລັດໜ້າທີ່ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ກອງສີ ອຸດົມ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ເຊິ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານ ທີ່ຄະນະກຳມະບານຮາກຖານ ຊຸດເກົ່າຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນເອງໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ ສືບຕໍ່ກໍ່ສ້າງພະນັກງານ, ສະມາຊິກກຳມະບານ, ຊຸກຍູ້ຊີ້ນຳ - ນຳພາ ສະມາຊິກກຳມະບານ ເປັນເຈົ້າໃນການປົກປ້ອງສິດຜົນປະໂຫຍດ ແລະ ພ້ອມກັນຕັ້ງໜ້າຜັນຂະຫຍາຍມະຕິຕ່າງໆ ຂອງພັກ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານ ແລະ ສະມາຊິກກຳມະບານໃນຂັ້ນຂອງຕົນ ເອົາໃຈໃສ່ເຊື່ອມຊືມກົດລະບຽບຂອງກຳມະບານລາວວາງອອກ ຢ່າງເຂັ້ມງວດ ໂດຍຕິດພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງ ສະຫະພັນກຳມະບານລາວວາງອອກ ແລະ ຂໍ້ແຂ່ງຂັນຮັກຊາດພັດທະນາ, ພ້ອມກັນຍົກສູງພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ເອົາໃຈໃສ່ສ້າງຄວາມສາມັກຄີທັງພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນກ່ວາເກົ່າ.