ຂະແໜງຍຸຕິທຳ 5 ເມືອງຂອງແຂວງຫຼວງນ້ຳທາຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ

ຂະແໜງຍຸຕິທຳ 5 ເມືອງຂອງແຂວງ ຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2019 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ວຽງພູຄາ ແຂວງ ຫຼວງນໍ້າທາ ໄດ້ເປັນເຈົ້າພາບຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຍຸຕິທຳປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ຂຶ້ນຢູ່ທີ່ສະໂມສອນເມືອງ ວຽງພູຄາ ໂດຍໃຫ້ກຽດເປັນເຂົ້າຮ່ວມຂອງ ທ່ານ ຕຽນສະໝອນ ພອນປະເສີດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ວຽງພູຄາ, ມີ ທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທຳ ແຂວງ ຫຼວງນໍ້າທາ, ທ່ານ ແສງຍີ່ ສິດທິພອນ ກຳມະການພັກເມືອງ ຫົວໜ້າພະແນກຫ້ອງການຍຸຕິທຳເມືອງ ວຽງພູຄາ ແລະ ບັນດາຫົວໜ້າຫ້ອງການຍຸຕິທຳທັງ 5 ເມືອງ ພ້ອມວິຊາການເຂົ້າຮ່ວມ 49 ທ່ານ ,ຍິງ 13 ທ່ານ.

Subscribe to RSS - ຂະແໜງຍຸຕິທຳ 5 ເມືອງຂອງແຂວງຫຼວງນ້ຳທາຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ