ຂະແໜງຍຸຕິທຳ 5 ເມືອງຂອງແຂວງ ຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2019 ຜ່ານມານີ້ ຫ້ອງການຍຸຕິທຳເມືອງ ວຽງພູຄາ ແຂວງ ຫຼວງນໍ້າທາ ໄດ້ເປັນເຈົ້າພາບຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຍຸຕິທຳປະຈຳປີ 2019 ແລະ ວາງທິດທາງແຜນການ ປີ 2020 ຂຶ້ນຢູ່ທີ່ສະໂມສອນເມືອງ ວຽງພູຄາ ໂດຍໃຫ້ກຽດເປັນເຂົ້າຮ່ວມຂອງ ທ່ານ ຕຽນສະໝອນ ພອນປະເສີດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ວຽງພູຄາ, ມີ ທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທຳ ແຂວງ ຫຼວງນໍ້າທາ, ທ່ານ ແສງຍີ່ ສິດທິພອນ ກຳມະການພັກເມືອງ ຫົວໜ້າພະແນກຫ້ອງການຍຸຕິທຳເມືອງ ວຽງພູຄາ ແລະ ບັນດາຫົວໜ້າຫ້ອງການຍຸຕິທຳທັງ 5 ເມືອງ ພ້ອມວິຊາການເຂົ້າຮ່ວມ 49 ທ່ານ ,ຍິງ 13 ທ່ານ.

ຈຸດປະສົງເພື່ອເປັນການສະຫຼຸບ, ຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຍຸຕິທຳເມືອງທັງ 5 ເມືອງໃນໄລຍະ 1 ປີ ຜ່ານມາ ແລະ ວາງແຜນການທິດທາງໃນຕໍ່ໜ້າ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ຮັບຮອງເອົາແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າຂອງຫ້ອງການຍຸຕິທຳເມືອງວຽງພູຄາຕື່ມອີກ
ໃນຕອນທ້າຍ ທ່ານ ຕຽນສະໝອນ ພອນປະເສີດ ເຈົ້າເມືອງ ວຽງພູຄາ ໄດ້ໃຫ້ກຽດໂອ້ລົມຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ບັນດາພະນັກງານພາຍໃນຫ້ອງການຍຸຕິທຳທັງ 5 ເມືອງເອົາໃຈໃສ່ສູ້ຊົນ ແລະ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານຍຸຕິທຳ ສືບຕໍ່ຮັກສາມູນເຊື້ອກໍຄືປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນໃຫ້ພົ້ນເດັ່ນຂຶ້ນເລື້ອຍໆ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວຽກງານຍຸຕິທຳຮອບດ້ານ, ເປັນແບບຢ່າງໃນການປະຕິບັດກົດໝາຍ ແລະ ເປັນສ່ວນໜຶ່ງໃນການຫັນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ປາກົດຜົນເປັນຈິງ.

ຖ່າຍພາບ ແລະ ຂຽນຂ່າວ: ສອນໄຊ ເທບໄກສອນ