ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018

ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018

     ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ມັງກອນ 2018 ທີ່​​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ຊຸດຝຶກ​ອົບຮົມ​ວຽກງານທະບຽນສານໃຫ້​ແກ່​ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ຂະ​ແໜງຍຸຕິ​ທຳ​ທົ່ວ​ປະ​ເທດ ປະຈຳ​ປີ 2018 ຂື້ນ ​ເປັນ​ຊຸດ​ທີ 1 ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາຫົວໜ້າ-​ຮອງ​ຫົວໜ້າຫ້ອງການ, ກົມ, ສູນ, ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ຕະຫຼອດຮອດຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຈາກ​ບັນດາ​ພະ​ແນ​ກຍຸຕິ​ທຳ​ແຂວງ, ນະຄອນຫຼວງ ​ແລະ ບັນດາ​ກົມ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ 63 ທ່ານ, ຍິງ 17  ທ່ານ.

Subscribe to RSS - ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018