ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານທະບຽນສານ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018

     ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ມັງກອນ 2018 ທີ່​​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ຊຸດຝຶກ​ອົບຮົມ​ວຽກງານທະບຽນສານໃຫ້​ແກ່​ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ຂະ​ແໜງຍຸຕິ​ທຳ​ທົ່ວ​ປະ​ເທດ ປະຈຳ​ປີ 2018 ຂື້ນ ​ເປັນ​ຊຸດ​ທີ 1 ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ບັນດາຫົວໜ້າ-​ຮອງ​ຫົວໜ້າຫ້ອງການ, ກົມ, ສູນ, ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ຕະຫຼອດຮອດຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ຈາກ​ບັນດາ​ພະ​ແນ​ກຍຸຕິ​ທຳ​ແຂວງ, ນະຄອນຫຼວງ ​ແລະ ບັນດາ​ກົມ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ 63 ທ່ານ, ຍິງ 17  ທ່ານ.

     ໃນ​ພິທີ ທ່ານ ບຸນ​ຕາ ສ.ຜາບ​ມີ​ໄຊ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ໄດ້​ຂື້ນ​ກ່າວ​ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້​​ແມ່ນເພື່ອ​ຍົກ​ລະດັບ​ໃຫ້​ພະນັກງານ​ທະບຽນສານ ​​ໄດ້​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວກັບ​ວຽກງານ​ດັ່ງກ່າວ​ຕາມພາລະ​ບົດບາດ-ໜ້າທີ່​ຂອງ​ຕົນ ​ໃຫ້​ກາຍ​ເປັນ​ພະນັກງານ​ທະບຽນສານ​ທີ່​ມີ​ຄວາມໜັກ​ແໜ້ນທາງ​ດ້ານການ​ເມືອງ-​ແນວ​ຄິດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ,ມີທັກ​ສະ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ກວດກາ​ເອກະສານ​ຕ່າງໆ​ໃຫ້​ມີ​ຄວາມ​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ ​ແລະ ສອດຄ່ອງ​ກັບ​ກົດໝາຍ ​ແລະ ສາມາດ​ໃຫ້​ຄຳ​ປຶກສາ​ທາງ​ດ້ານ​ກົດໝາຍກ່ຽວກັບ​ວຽກງານ​ທະບຽນສານ​ໃຫ້​ແກ່​ຜູ້​ມາ​ໃຊ້​ບໍລິການ​ໄດ້​ໃນ​ລະດັບ​ທີ່​ແນ່ນອນ.

     ​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ​ໄພວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ກໍໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ຜູ້​ເຂົ້າ​ຮ່ວມ​ໃນ​​ພິທີ ​ໂດຍ​ທ່ານ​ໄດ້​​ເນັ້ນໜັກ​ໃຫ້​ນັກ​ຝຶກ​ອົບຮົມ​ທຸກ​ຄົນ​ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ຮ່ຳຮຽນ ພ້ອມ​ທັງ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ​ແລະ ເອົາ​ໃຈ​ໃສ່​ຕິດຕາມການ​ບັນ​ລະ​ຍາຍ​ຂອງ​ຄູ​-ອາຈານ​ເພື່ອ​ຍາດ​ແຍ່ງ​ເອົາ​ຄວາມ​ຮູ້ ​ແລະ ​ແລກປ່ຽນບົດຮຽນ​ເຊີ່ງ​ກັນ ​ແລະ ກັນ​ໃນ​ເວລາ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາ​ຍ​ເຂົ້າ​ສູ່​ວຽກງານ​ຕົວ​ຈິງ ເຮັດ​ໃຫ້​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ມີ​ອັນ​ຫັນປ່ຽນ​ໃໝ່​ໃນ​ວຽກງານ​ດັ່ງກ່າວ ​ແລະ​ ໄດ້​ຮັບ​ຜົນ​ສູງ​ສຸດ

        ຊຸດຝຶກ​ອົບຮົມ​ດັ່ງກ່າວ​ຈະ​ດຳ​ເນີນ​​​ຮອດ​​ວັນ​ທີ 26 ມັງກອນ 2018 ຈຶ່ງ​​ໄດ້​ປິດ​ລົງ.

ຂ່າວ: ອອ່ນຄຳ

ພາບ: ສົມ​ຫວັງ

ປະເພດຂ່າວ: