ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ ແລກປ່ຽນຖອດຖອນບົດຮຽນທາງດ້ານສື່ສິ່ງພິມ ເພື່ອພັດທະນາວຽກງານສື່ມວນຊົນ

ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ ແລກປ່ຽນຖອດຖອນບົດຮຽນວຽກສື່ສິ່ງພິມ ເພື່ອພັດທະນາວຽກງານສື່ມວນຊົນ

       ເພື່ອເປັນການແລກປ່ຽນຖອດຖອນບົດຮຽນທາງດ້ານສື່ມວນຊົນ ໂດຍສະເພາະວຽກງານ ວາລະສານ ແລະ ໜັງສືພິມ ຂອງສອງກະຊວງ ລະຫວ່າງ ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ; ສະນັ້ນ, ໃນລະ ຫວ່າງວັນທີ 13-15 ກໍລະກົດ 2016, ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ນຳພາໂດຍ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາອົບຮົມກົດໝາຍ ພ້ອມດ້ວຍຄະນະ ຈຳນວນ 7 ທ່ານ, ຍິງ 2 ທ່ານ; ໄດ້ຮ່ວມກັບຄະນະບັນນາທິການຂ່າວສານກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫົງບ, ຊຶ່ງນຳພາໂດຍ ທ່ານ ພັນໂທ ສີພັນ ສິງທອງ ຮອງບັນນາທິການຂ່າວສານ ປ້ອງກັນຄວາມສະຫງົບ, ທັງເປັນຜູ້ຊີ້ນຳວຽກງານວາລະສານ ພ້ອມດ້ວຍຄະນະ; ໄດ້ຮ່ວມກັນຖອດຖອນບົດຮຽນກ່ຽວກັບວຽກງານສື່ສິ່ງພິມ (

Subscribe to RSS - ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ ແລກປ່ຽນຖອດຖອນບົດຮຽນທາງດ້ານສື່ສິ່ງພິມ ເພື່ອພັດທະນາວຽກງານສື່ມວນຊົນ