ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ ແລກປ່ຽນຖອດຖອນບົດຮຽນວຽກສື່ສິ່ງພິມ ເພື່ອພັດທະນາວຽກງານສື່ມວນຊົນ

       ເພື່ອເປັນການແລກປ່ຽນຖອດຖອນບົດຮຽນທາງດ້ານສື່ມວນຊົນ ໂດຍສະເພາະວຽກງານ ວາລະສານ ແລະ ໜັງສືພິມ ຂອງສອງກະຊວງ ລະຫວ່າງ ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບ; ສະນັ້ນ, ໃນລະ ຫວ່າງວັນທີ 13-15 ກໍລະກົດ 2016, ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ນຳພາໂດຍ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາອົບຮົມກົດໝາຍ ພ້ອມດ້ວຍຄະນະ ຈຳນວນ 7 ທ່ານ, ຍິງ 2 ທ່ານ; ໄດ້ຮ່ວມກັບຄະນະບັນນາທິການຂ່າວສານກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫົງບ, ຊຶ່ງນຳພາໂດຍ ທ່ານ ພັນໂທ ສີພັນ ສິງທອງ ຮອງບັນນາທິການຂ່າວສານ ປ້ອງກັນຄວາມສະຫງົບ, ທັງເປັນຜູ້ຊີ້ນຳວຽກງານວາລະສານ ພ້ອມດ້ວຍຄະນະ; ໄດ້ຮ່ວມກັນຖອດຖອນບົດຮຽນກ່ຽວກັບວຽກງານສື່ສິ່ງພິມ (ວາລະສານ ແລະ ໜັງສືພິມ).

       ຈຸດປະສົງໃນການແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອຍົກລະດັບວຽກງານສື່ມວນຊົນຂອງທັງສອງກະຊວງໃຫ້ມີຄຸນນະພາບທີ່ດີຂຶ້ນ ຊຶ່ງຈະໄດ້ມີການແລກປ່ຽນຖອດຖອນບົດຮຽນກ່ຽວກັບວິທີເລືອກ ແລະ ຕິດຕັ້ງໂປຼແກມຈັດ ໜ້າ; ວິທີເອົາຂໍ້ມູນ (ເນື້ອໃນ) ເຂົ້າໂປແກຼມ; ວິທີຈັດໜ້າ, ຄວາມຮ່າງ, ຄວາມຖີ່ຂອງຖັນ-ແຖວ; ຂະໜາດຂອງຕົວໜັງສື (ຫົວຂໍ້-ເນື້ອໃນ), ຮູບແບບຕົວໜັງສື; ວິທີຈັດລຽງຄໍລຳຂອງວາລະສານ-ໜັງສືພິມ (ຫົວຂໍ້ແຕ່ລະອັນທີ່ຈະ ນຳມາລົງ); ການຕັດຕໍ່ ຫຼື ປັບແຕ່ງຮູບພາບລົງໃນວາລະສານ; ໜ້າປົກ, ການໂຄສະນາ; ປະເພດຂອງບົດຄວາມທີ່ຈະເອົາລົງໃນວາລະສານ; ຈຳນວນໜ້າຂອງວາລະສານແຕ່ລະສະບັບ; ວິທີເກັບຮັກສາເນື້ອໃນຂອງວາລະສານ ທີ່ເປັນ Microsoft Word;   ເປົ້າໝາຍແຈກຢາຍ-ຈຳໜ່າຍ; ການຊອກຫາແຫຼ່ງທຶນໃນການສະໜັບສະໜູນ.

       ການແລກປ່ຽນຖອດຖອນບົດຮຽນຄັ້ງນີ້, ທັງສອງຝ່າກໍໄດ້ສະເໜີສະພາບຈຸດພິເສດຂອງວຽກງານຂອງຕົນ ໃຫ້ ກັນຊາບ ໂດຍສະເພາະກ່ຽວກັບປະຫວັດຄວາມເປັນມາ, ໂຄງປະກອບທາງດ້ານບຸກຄະລາກອນ ແລະ ແບບແຜນວິທີເຮັດ ວຽກ. ນອກນອກນັ້ນ, ທ່ານ ພັນໂທ ສີພັນ ສິງທອງ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກໃນຄັ້ງນີ້ ຈົ່ງຕັ້ງໜ້າເກັບກຳຂໍ້ມູນໃນພາກປະຕິບັດຕົວຈິງໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປປະກອບສ່ວນເຂົ້າໃນວຽກງານ ວິຊາສະເພາະຂອງຕົນໃຫ້ເກີດດອກອອກຜົນຍິ່ງໆຂື້ນ.

ປະເພດຂ່າວ: