ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ

ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ ທີ່ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເຂົ້າເປັນປະທານຮ່ວມໂດຍ ສະຫາຍ ນາງ ອາມອນຈິດ ນາທະວົງ ເລຂາໜ່ວຍຊາວໜຸ່ມ ກົມໂຄສະນາເຜີຍແຜ່ກົດໝາຍ, ມີ ສະຫາຍ ພູທອນ ແກ້ວດວງມະນີ ເລຂາໜ່ວຍພັກ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ສະຫາຍ ຄຳເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມໂຄສະນາເຜີຍແຜ່ກົດໝາຍ ເຂົ້າຮ່ວມ

Subscribe to RSS - ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ