ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ ທີ່ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເຂົ້າເປັນປະທານຮ່ວມໂດຍ ສະຫາຍ ນາງ ອາມອນຈິດ ນາທະວົງ ເລຂາໜ່ວຍຊາວໜຸ່ມ ກົມໂຄສະນາເຜີຍແຜ່ກົດໝາຍ, ມີ ສະຫາຍ ພູທອນ ແກ້ວດວງມະນີ ເລຂາໜ່ວຍພັກ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ສະຫາຍ ຄຳເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມໂຄສະນາເຜີຍແຜ່ກົດໝາຍ ເຂົ້າຮ່ວມທັງໝົດຈຳນວນ 40 ສະຫາຍ, ຍິງ 16 ສະຫາຍ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມກົມໂຄສະນາເຜີຍແຜ່ກົດໝາຍ ໃນໄລຍະຜ່ານມາ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທັງຕີລາຄາສູງຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດທີ່ໄດ້ຮັບຜົນສຳເລັດໃນຫຼາຍດ້ານ. ໃນນີ້, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການໃນຕໍ່ໜ້າ ແຕ່ ປີ 2019-2024. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: 1.) ສະຫາຍ ຄຳພອນ ທ່າວເຈີວາງ ເປັນເລຂາໜ່ວຍ; 2.) ສະຫາຍ ຊາຍພິມພອນ ສີຣິວົງໄຊ ເປັນຮອງ ແລະ 3.) ສະຫາຍ ພັກມີໄຊ ບົວຕົງມົວ ເປັນຄະນະ ພ້ອມທັງເປັນປະທານກວດກາ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄຳເສີດ ວິລະພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໃຫ້ທິດຊີ້ນຳຫຼາຍດ້ານຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ

ປະເພດຂ່າວ: