ກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ

ກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ

ໃນເຊົ້າຂອງວັນທີ 14 ສິງຫາ 2019 ກະຊວງຍຸຕິທຳຮ່ວມກັບສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ຜູ້ເຂົ້າຮ່ວມມີຫົວ ໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກະຊວງຍຸຕິທຳ ແລະ ສູນເລືອດແຫ່ງຊາດ ເຂົ້າຮ່ວມ ຈຳນວນ 100 ທ່ານ, ຍິງ 51 ທ່ານ.

Subscribe to RSS - ກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ