ກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ

ໃນເຊົ້າຂອງວັນທີ 14 ສິງຫາ 2019 ກະຊວງຍຸຕິທຳຮ່ວມກັບສູນບໍລິຈາກເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ດວງມະນີ ລາວມາວ ປະທານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ຜູ້ເຂົ້າຮ່ວມມີຫົວ ໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນກະຊວງຍຸຕິທຳ ແລະ ສູນເລືອດແຫ່ງຊາດ ເຂົ້າຮ່ວມ ຈຳນວນ 100 ທ່ານ, ຍິງ 51 ທ່ານ.

ໃນກອງປະຊຸມ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ໄດ້ໃຫ້ຮູ້ເຖິງຄວາມຈຳເປັນຂອງເລືອດ ເລືອດເປັນສິ່ງຈຳເປັນທີ່ສຸດເພື່ອຊ່ວຍກອບກູເອົາຊີວິດ ຂອງຜູ້ເຈັບເປັນຂາດເລືອດ. ນັກວິທະຍາສາດໄດ້ພະຍາຍາມຄົ້ນຄວ້າມາເປັນເວລາດົນນານ ແຕ່ຍັງບໍ່ປະສົບຜົນສຳເລັດ ເພື່ອຫາສິ່ງມາທົດແທນເລືອດໄດ້. ສະນັ້ນ, ເມື່ອຮ່າງກາຍມີການສູນເສຍເລືອດ ທີ່ເກີດຈາກອຸປະຕິເຫດ, ເກີດຈາກການຜ່າຕັດ ຫຼື ພະຍາດອື່ນໆທີ່ຈຳເປັນຕ້ອງຮັກສາດ້ວຍເລືອດ ຈຶ່ງຈຳເປັນຕ້ອງມີການບໍລິຈາກເລືອດ ເພື່ອນຳໄປຊ່ວຍຊີວິດເພື່ອນມະນຸດດ້ວຍກັນ. ນອກຈາກນັ້ນ, ຄວາມຈຳເປັນທີ່ຕ້ອງການໃສ່ເລືອດຍັງມີຫຼາຍ ເປັນຕົ້ນ ຄົນເຈັບທີ່ຕ້ອງການເລືອດຢ່າງກະທັນຫັນ, ດ່ວນ, ສຸກເສີນໃສ່ເລືອດ1-20 ຖົງຕໍ່ຄັ້ງກໍມີ ເຊັ່ນ: ການກະທົບທີ່ເກີດຈາກອຸປະຕິເຫດຕ່າງໆ, ການຜ່າຕັດ, ພະຍາດກະເພາະອາຫານຊອດ (ຮາກເປັນເລືອດ) ອາການເລືອດໄຫຼຮຸນແຮງ, ແມ່ຍິງອອກລູກຜິດປົກະຕິ ແລະ ສາຍເຫດອື່ນໆ. ນອກນັ້ນ ຍັງມີຄົນເຈັບທີ່ຕ້ອງການເລືອດເປັນປະຈຳ ໃນແຕ່ລະວັນ, ແຕ່ລະອາທິດ, ແຕ່ລະເດືອນໃສ່ເລືອດ 1-3 ຖົງຕໍ່ຄັ້ງ ເຊັ່ນ: ຄົນເຈັບທີ່ເປັນພະຍາດຂາດເລືອດ ຊ້ຳເຮື້ອ (ປ້າງກິນເລືອດ).

ສຳລັບເງື່ອນໄຂກ່ອນຈະບໍລິຈາກເລືອດ ມີດັ່ງ ນີ້: 1.) ທ່ານຮູ້ສຶກສະບາຍໃຈ ບໍ່ກັງວົນຫຍັງ; 2.) ສຸຂະພາບທົ່ວໄປແຂງແຮງດີ; 3.) ມີອາຍຸ ແຕ່ 17-60 ປີ; 4.) ນ້ຳໜັກບໍ່ຫຼຸດ 45 ກິໂລ; 5.) ບໍ່ມີປະຫວັດສ່ຽງຕໍ່ການຕິດເຊື້ອພະຍາດນຳສົ່ງທາງເລືອດ ໂດຍສະເພາະແມ່ນເຊື້ອໂລກເອດສ໌, ເຊື້ອຈຸລະໂລກຕັບອັກເສບ ຫຼື ກາມມະໂລກ.
ພາຍຫຼັງໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວ 3 ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບກະຊວງຍຸຕິທຳ ຈຶ່ງໄດ້ຈັດກິດຈຳກຳ ເພື່ອສ້າງຂະບວນການຕ້ອນຮັບວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991-15 ສິງຫາ 2019) ຈຶ່ງໄດ້ສົມທົບກັບສູນເລືອດແຫ່ງຊາດ ຮັບບໍລິຈາກເລືອດ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ